ຣີລ ມາດຣິດ ຫວັງຄວ້າ 2 ດາວເຕະ ພຣີເມຍລີກ

ສື່ອັງກິດລາຍງານວ່າ: ຣີລ ມາດຣິດ ຫວັງດຶງ 2 ນັກເຕະ ພຣີເມຍລີກ ໄປເສີມທີມໜ້າໜາວ ສົ່ງຜົນໃຫ້ແຟນບານ ແມນເຊັສເຕີ ຢູໄນເຕັດ ແລະ ສະເປີ ຕ້ອງຫວັ່ນໄປຕາມໆກັນ.

ຣີລ ມາດຣິດ ຍັກໃຫຍ່ ລາ ລີກາ ສະເປນ ພ້ອມຈະທຸ້ມເງິນ 90 ລ້ານປອນ ຄວ້າ ມາຣຄັສ ແຣຊຟອດ ກອງໜ້າ ແມນເຊັສເຕີ ຢູໄນເຕັດ ແລະ ຄຣິສຕຽນ ເອຣິເຊັນ ກອງກາງ ທ໊ອດແນມ ຮ໊ອດສະເປີ ໄປເສີມທີມໃນຊ່ວງເປີດຕະຫລາດເດືອນມັງກອນນີ້.
ຊານຕິອາໂກ້ ໂຊລາຣີ ຜູ້ຈັດການທີມ ຣີລ ມາດຣິດ ຕ້ອງການດຶງນັກເຕະມາເພີ່ມກຳລັງ ຫລັງຈາກທີມຫລິ້ນໃນລະດູການບໍ່ຄ່ອຍດີ ໂດຍຢາກໄດ້ດາວຍິງຄົນໃໝ່ຫລັງເສຍ ຄຣິສເຕຍໂນ ໂຣນັລໂດ ໄປໃຫ້ ຢູເວນຕຸສ ໃນຊ່ວງຊຳເມີ້ຜ່ານມາ ເຮັດໃຫ້ທີມມີບັນຫາເລື່ອງຍິງປະຕູ.
ຣີລ ມາດຣິດ ຫາກໍສົ່ງແມວມອງໄປເບິ່ງຟອມຂອງ ແຣຊຟອດ ໃນເກມ ຢູຟາ ເນຊັນລີ ທີ່ທີມຊາດອັງກິດ ຊະນະ ໂຄຣເອເຊຍ 2-1 ໃນວັນທີ 18 ພະຈິກຜ່ານມາ ແລະ ຣີລ ມາດຣິດ ພ້ອມຈ່າຍຄ່າຕົວໃຫ້ ແມນເຊັສເຕີ ຢູໄນເຕັດ ຈຳນວນ 50 ລ້ານປອນ.
ນອກຈາກນັ້ນ ໂຊລາຣີ ຍັງຢາກໄດ້ມິດຟິລມາເສີມທີມນຳອີກ ໂດຍເລັ່ງໃສ່ ເອຣິກເຊັນ ເຊິ່ງຄາດວ່າຄ່າຕົວຢູ່ທີ່ 40 ລ້ານປອນ ຫລັງດາວເຕະທີມຊາດເດນມາກ ເຫລືອສັນຍາກັບ ສະເປີ ອີກ 18 ເດືອນ ແລະ ຍັງຕົກລົງເລື່ອງສັນຍາໃໝ່ກັນບໍ່ໄດ້.

