ຢູເວ ວາງແຜນຄວ້າ ເອັມບັບເປ້ ຮ່ວມທີມ

ຢູເວນຕຸສ ຜູ້ນ ກັລໂຊ ເຊເຣຍ ອາ ອີຕາລີ ວາງແຜນຄວ້າ ຄິລິຢັນ ເອັມບັບເປ້ ດາວຍິງທີມຊາດຝຣັ່ງ ຂອງ ປາຣີ ແຊງແຊກແມງ ມາຮ່ວມທີມ. ຕາມລາຍງານຈາກ ຕຸໂຕສປອດ” ສື່ດັງຂອງຝຣັ່ງ.
ຕຸໂຕສປອດ ເປີດເຜີຍວ່າ: ຢູເວນຕຸສ ຫວັງຈະລະດົມທຶນຈາກການປ່ອຍ 2 ດາວດັງ ເປົາໂລ ດີບາລາ ແລະ ມາຣິໂອ ມານຊູຄິ ເພື່ອຄວ້າ ເອັມບັບເປ້ ມາປະສານກັບ ຄຣິສເຕຍໂນ ໂຣນັລໂດ ຊຸບເປີສະຕາຊາວໂປຕຸເກດ ໂດຍ ຢູເວນຕຸສ ໝັ້ນໃຈວ່າ: ຈະໄດ້ເງິນຈາກການຂາຍ ດີບາລາ ບໍ່ໜ້ອຍກວ່າ 120 ລ້ານປອນ.
ນອກຈາກນີ້ ຢູເວນຕຸສ ຍັງສົນໃຈ ມາໂກ ອາເຊນຊິໂອ ດາວຮຸ່ງຂອງ ຣີລ ມາດຣິດ ນຳອີກ ເຖິງຈະຮູ້ດີວ່າບໍ່ແມ່ນເລື່ອງງ່າຍຈະຊັກຊວນໃຫ້ ຣີລ ມາດຣິດ ປ່ອຍຕົວມິດຟິລອອກຈາກຖິ່ນ ຊານຕິອາໂກ ເບນາເບວ ກໍຕາມ.

