ນາໂຕຊ້ອມຮົບຄັ້ງໃຫຍ່ທີ່ສຸດ ນັບແຕ່ໝົດຍຸກສົງຄາມເຢັນ
ອົງການສົນທິສັນຍາອັດລັງຕິກເໜືອປະຕິບັດການຝຶກຊ້ອມຮົບຄັ້ງຍິ່ງໃຫຍ່ທີ່ສຸດນັບແຕ່ການລົ້ມສະຫລາຍຂອງສະຫະພາບໂຊວຽດ ທ່າມກາງບັນຍາກາດເຄັ່ງຕຶງກັບຣັດເຊຍ ຈາກການທີ່ອາເມລິກາຖອນຕົວຈາກສົນທິສັນຍານິວເຄຼຍລະດັບທະວີພາຄີ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະມາຊິກທັງ 29 ປະເທດຂອງອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ຮ່ວມກັບພັນທະມິດ ຄືຊູແອດ ແລະ ແຟງລັງ ເປີດສາກປະຕິບັດການຊ້ອມຮົບພາຍໃຕ້ລະຫັດ “ໄທຣເດນ ຈັງເຊີ 18” ໃນວັນທີ 25 ຕຸລາ ໂດຍການຝຶກຊ້ອມຮົບພາກສະໜາມຈະດຳເນີນໄປຈົນຮອດວັນທີ 7 ພະຈິກນີ້ ໃນສະຖານທີ່ຫລາຍແຫ່ງ ທັງໃນພາກກາງ ແລະ ພາກຕາເວັນອອກຂອງນອກແວ, ທະເລເໜືອ ແລະ ທະເລບອສຕິກ.
ການເຄື່ອນໄຫວດັ່ງກ່າວຂອງນາໂຕເກີດຂຶ້ນປະມານ 1 ເດືອນ ຫລັງກອງທັບຣັດເຊຍຝຶກຊ້ອມຮົບໃນຊື່ “ວອສຕອກ-2018” ຫລື “ຕາເວັນອອກ-2018” ໂດຍມີການລະດົມກຳລັງພົນເຂົ້າຮ່ວມເຖິງ 300.000 ຄົນ ພ້ອມທັງໄດ້ຮັບການສະໜັບສະໜູນດ້ານກຳລັງພົນ ແລະ ສັບພາວຸດສຳລັບການຝຶກຊ້ອມອີກຈຳນວນໜຶ່ງຈາກຈີນ ແລະ ມົງໂກລີ.

