ໂມຣ໊ອກໂກເກີດແຜ່ນດິນໄຫວ 6,8 ແມກນິຈູດ ມີຜູ້ເສຍຊີວິດແລ້ວເກືອບ 300 ຄົນ

ຄືນວັນທີ 8 ກັນຍາ ຕາມເວລາທ້ອງຖິ່ນ ເກີດເຫດແຜ່ນດິນໄຫວຄັ້ງໃຫຍ່ຂະໜາດ 6,8 ບໍລິເວນຕອນກາງຂອງປະເທດໂມຣ໊ອກໂກ ເຮັດໃຫ້ມີຜູ້ເສຍຊີວິດແລ້ວເກືອບ 300 ຄົນ, ບາດເຈັບອີກ 150 ກວ່າຄົນ ແລະ ສົ່ງຜົນໃຫ້ຊາວເມືອງຈຳນວນຫລາຍຕ່າງອອກມາຢູ່ຕາມຖະໜົນ ຖືເປັນເຫດແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດຂອງໂມຣ໊ອກໂກໃນຮອບ 1 ກວ່າທົດສະວັດ.
ໜ່ວຍງານດ້ານທໍລະນີວິທະຍາຂອງອາເມລິກາ (USGS) ລະບຸວ່າ: ສູນກາງແຮງສັ່ນສະເທືອນຢູ່ເລິກລົງໄປປະມານ 18,5 ກິໂລແມັດ ແລະ ຢູ່ບໍ່ໄກຈາກພື້ນທີ່ທາງຕາເວັນຕົກສຽງໃຕ້ຂອງເມືອງມາຣາເກ ເມືອງທ່ອງທ່ຽວຍອດນິຍົມທີ່ມີປະຊາກອນອາໄສຢູ່ປະມານ 8,4 ແສນຄົນ.
ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ເຮືອນຈໍານວນບໍ່ໜ້ອຍເປ່ເພເສຍຫາຍ, ບາງພື້ນທີ່ບໍ່ມີກະແສໄຟຟ້າໃຊ້ຊົ່ວຄາວ, ບາງຄອບຄົວຕິດຢູ່ພາຍໃຕ້ຊາກອາຄານທີ່ພັງລົງມາ. ເບື້ອງຕົ້ນທີມກູ້ໄພກໍາລັງເລັ່ງໃຫ້ການຊ່ວຍເຫລືອໂດຍດ່ວນແລ້ວ.
ອ້າງອີງ:

