ການລົງໂທດໃນຄະດີລະເມີດສິດທິຂອງເດັກຢູ່ບາງປະເທດ
ໂດຍ: ວິເສດ ສະແຫວງສຶກສາ
ນັບແຕ່ມື້ນີ້, ຍັງອີກປະມານ 2 ອາທິດ ກໍຈະຮອດວັນເດັກນ້ອຍສາກົນ. ດັ່ງນັ້ນ ຈຶ່ງຂໍສະເໜີເລື່ອງມາດຕະການຂອງບາງປະເທດໃນການປົກປ້ອງຜົນປະໂຫຍດຂອງເດັກນ້ອຍ ກໍຄືການລົງໂທດຜູ້ທີ່ລະເມີດສິດທິຂອງເດັກ. ຢູ່ມາເລເຊຍ ຫວ່າງບໍ່ດົນມານີ້, ຫລາຍໜ່ວຍງານທີ່ເຮັດໜ້າທີ່ປົກປ້ອງສິດທິຂອງເດັກໄດ້ອອກມາຮຽກຮ້ອງໃຫ້ລັດຖະສະພາດັດແກ້ກົດໝາຍທີ່ພົວພັນກັບການປົກປ້ອງສິດທິຂອງເດັກ ໂດຍສະເໜີໃຫ້ລຶບ້ລາງເນື້ອໃນທີ່ວ່າ: ຜູ້ຊາຍທີ່ຂົ່ມຂືນເດັກຍິງນັ້ນຈະບໍ່ໄດ້ຮັບໂທດ ຖ້າຜູ້ກ່ຽວແຕ່ງດອງກັບເດັກຍິງທີ່ຕົກເປັນເຫຍື່ອ. ຜູ້ຮຽກຮ້ອງໃຫ້ດັດແກ້ຈຸດນີ້ ບອກວ່າໂທດການຂົ່ມຂືນບໍ່ສາມາດໄຖ່ໄດ້ດ້ວຍການແຕ່ງດອງ, ຜູ້ກໍ່ໂທດຕ້ອງໄດ້ຮັບໂທດ, ບໍ່ຄວນເອົາໄປປະປົນກັບການມາໄຖ່ບາບດ້ວຍການແຕ່ງດອງ. ຂ່າວບອກວ່າ: ຄຳຮຽກຮ້ອງດັ່ງກ່າວປະສົບຜົນສຳເລັດ ເພາະໄດ້ຮັບສຽງສະໜັບສະໜູນຈາກທົ່ວສັງຄົມ. ສ່ວນຢູ່ປະເທດລີບັງ (ເລບານອນ) ນັ້ນກໍມີບັນຫາແບບດຽວກັບຢູ່ມາເລເຊຍ ຄືມາດຕາ 522 ຂອງກົດໝາຍອາຍາໄດ້ກຳນົດໃຫ້ຜູ້ຂົ່ມຂືນພົ້ນໂທດ ຖ້າຜູ້ກ່ຽວຍອມແຕ່ງດອງກັບເຫຍື່ອຂອງຕົນ ເຊິ່ງລວມທັງເຫຍື່ອທີ່ເປັນເດັກຍິງ. ໃນທີ່ສຸດ, ໂດຍອີງໃສ່ສຽງຮຽກຮ້ອງຈາກທົ່ວສັງຄົມ, ລັດຖະສະພາລີບັງກໍໄດ້ຍ່ອງມາດຕາ 522 ຖິ້ມລົງກະຕ່າຂີ້ເຫຍື້ອ ແລ້ວກຳນົດມາດຕາການລົງໂທດຜູ້ຂົ່ມຂືນ. ນອກຈາກນັ້ນ ຍັງໄດ້ກຳນົດໂທດຕໍ່ການກະທຳທີ່ເປັນການລວນລາມທາງເພດ, ການລັກພາຕົວເພື່ອເປົ້າໝາຍແຕ່ງດອງ ກໍຄືການແຕ່ງດອງແບບບັງຄັບ ເຊິ່ງເຫຍື່ອສ່ວນໃຫຍ່ແມ່ນເດັກນ້ອຍ. ຢູ່ສະຫະລັດອາເມລິກາ ກໍມີເລື່ອງທີ່ເກີດຂຶ້ນກັບເດັກນ້ອຍນັກຮຽນໃນປີ 2012 ຄືເດັກຍິງຄົນໜຶ່ງປວດຖ່າຍເບົາຂັ້ນຮຸນແຮງ, ແຕ່ຄູບໍ່ອະນຸຍາດໃຫ້ອອກໄປເຂົ້າຫ້ອງນ້ຳ ໂດຍບອກວ່າ “ຂັດຕໍ່ກົດລະບຽບໂຮງຮຽນ” ແຕ່ຄູໄດ້ເອົາຄຸໃຫ້ເດັກໄປຖ່າຍບັງຕູ້ຢູ່ພາຍໃນຫ້ອງຮຽນ. ຕໍ່ຈາກນັ້ນມາເດັກຍິງຄົນດັ່ງກ່າວກໍກາຍເປັນຂີ້ປາກຂອງໝູ່ຄູ່ທີ່ເວົ້າຂວັນ ຈົນເດັກຍິງຄົນນັ້ນຄິດຈະຂ້າໂຕຕາຍ. ໃນທີ່ສຸດນາງກໍໄດ້ຮ້ອງຟ້ອງຝ່າຍຄູ ແລະ ໂຮງຮຽນ ໂດຍຮຽກຮ້ອງຄ່າເສຍຫາຍເປັນເງິນ 25.000 ໂດລາ. ຄະດີນີ້ໄດ້ແກ່ຍາວມາຮອດທ້າຍປີ 2016 ເມື່ອເດັກຍິງຜູ້ເຄາະຮ້າຍມີອາຍຸ 18 ປີ ແລະ ກໍຊະນະຄະດີ ໂດຍໄດ້ຄ່າຊົດເຊີຍເປັນຈຳນວນເງິນ 1,25 ລ້ານໂດລາ. ທີ່ສານຕ້ອງຕັດສິນໃຫ້ເດັກຍິງຊະນະ ກໍຍ້ອນຖືວ່າເປັນຄະດີລະເມີດສິດທິຂອງເດັກທີ່ຮ້າຍແຮງ. ຢູ່ສິງກະໂປ, ຂ່າວໜັງສືພິມ The Nation ສະບັບວັນທີ 5 ເດືອນມີນາປີນີ້ ໃຫ້ຮູ້ວ່າ: ທ້າວ ໂຈຊົວ ໂຣບິນສັນ ຄົນອາເມລິກາ, ຄູວິຊາກາຍະສຶກສາ ໄດ້ຖືກທາງການສິງກະໂປຕັດສິນຈຳຄຸກເປັນເວລາ 4 ປີ ຍ້ອນມີເພດສຳພັນກັບເດັກຍິງ 2 ຄົນ ທີ່ມີອາຍຸ 15 ປີ ພ້ອມທັງໄດ້ຖ່າຍຮູບລາມົກກ່ຽວກັບສາກຮ່ວມເພດ. ເຫດການນີ້ເກີດຂຶ້ນໃນປີ 2013 ແລະ 2015, ແຕ່ມີການຕັດສິນໂທດໃນຕົ້ນປີນີ້ເອງ.

