ປີໃໝ່ 2021 ຂໍໃຫ້ທຸກສິ່ງທຸກຢ່າງທີ່ປະເສີດເລີດລ້ຳຈົ່ງກັບເກີດແກ່ຊາດບ້ານເມືອງ ແລະ ປະຊາຊົນລາວບັນດາເຜົ່າທັງມວນ

ໂດຍ: ທິດກໍ່າ
ປີເກົ່າ 2020 ໄດ້ຜ່ານພົ້ນໄປຕາມວັດຕະຈັກຂອງໂລກ. ເມື່ອກ້າວສູ່ປີໃໝ່ກໍຂໍໃຫ້ທຸກສິ່ງທຸກຢ່າງທີ່ປະເສີດເລີດລ້ຳຈົ່ງກັບເກີດແກ່ຊາດບ້ານເມືອງ ແລະ ປະຊາຊົນລາວບັນດາເຜົ່າທັງມວນ. ໃນເມື່ອປະເທດຊາດບ້ານເມືອງຂອງພວກເຮົາມີຄວາມສະຫງົບສຸກ, ອຸດົມສົມບູນຮັ່ງມີ, ຈະເລີນຮຸ່ງເຮືອງໄປແລ້ວ, ປະຊາຊົນບັນດາເຜົ່າກໍພາກັນມີຄວາມສຸກ, ມີຄວາມຈະເລີນເດີນໜ້າຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ບົນເສັ້ນທາງ ແລະ ອຸດົມການທີ່ມຸ້ງມາດປາດຖະໜາ ຄືເສັ້ນທາງສັງຄົມນິຍົມທີ່ໄດ້ກຳນົດເອົາໄວ້.
ຕະຫລອດປີ 2020 ຜ່ານມາ, ເຖິງວ່າປະເທດຊາດບ້ານເມືອງຂອງພວກເຮົາໄດ້ຜະເຊີນກັບໄພທຳມະຊາດ ແລະ ໂຣຄາພະຍາດມາບຸກລຸກ, ຂົ່ມຂູ່ຮຸກຮານ ແຕ່ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ ເບິ່ງພາມລວມແລ້ວພວກເຮົາກໍຍັງໄດ້ຮັບຜົນສຳເລັດ, ມີຜົນງານ ແລະ ມີໄຊຊະນະໃນຫລາຍດ້ານ. ອັນສຳຄັນທີ່ສຸດ ທາງດ້ານການເມືອງກໍມີສະຖຽນລະພາບໝັ້ນຄົງໜັກແໜ້ນ, ເສດຖະກິດເຕີບໃຫຍ່ໃນຈັງຫວະທີ່ດີ ແລະ ສັງຄົມວັດທະນະທຳກໍນັບມື້ມີຄວາມຈະເລີນຮຸ່ງເຮືອງໄປຕາມພື້ນຖານເສດຖະກິດຂອງປະເທດຊາດແຕ່ລະໄລຍະ. ອັນທີ່ໂດດເດັ່ນກວ່າໝູ່ກໍແມ່ນການພັດທະນາພື້ນຖານໂຄງລ່າງພວມມີສີສັນອັນໃໝ່ໃນຍຸກປະຫວັດສາດຂອງຊາດ ເປັນຕົ້ນໂຄງການກໍ່ສ້າງເຂື່ອນໄຟຟ້າໄດ້ດຳເນີນໄປຕິກໆ ມາຮອດປັດຈຸບັນທົ່ວປະເທດມີເຂື່ອນໄຟຟ້າໄປແລ້ວເກືອບ 100 ແຫ່ງ. ນອກຈາກນັ້ນ ກໍແມ່ນໂຄງການກໍ່ສ້າງຂົວ, ສ້າງຖະໜົນຫົນທາງ ແລະ ພັດທະນາຊົນນະບົດໃຫ້ທຽບຖານກັບຕົວເມືອງ ເຊິ່ງມາຮອດປັດຈຸບັນນີ້ໄດ້ສຳເລັດໄປແລ້ວຫລາຍໂຄງການ ເປັນຕົ້ນໂຄງການສາຍທາງດ່ວນວຽງຈັນ-ວັງວຽງ, ໂຄງການສ້າງຂົວຂ້າມນ້ຳຂອງແຫ່ງທີ 5 ແລະ ທີ 6 ທີ່ພວມຈະລົງມື, ໂຄງການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ສຳເລັດໄປແລ້ວຫລາຍໜ້າວຽກ ແລະ ໂຄງການສ້າງເສັ້ນທາງນ້ອຍໃຫຍ່ອື່ນໆໃນທົ່ວປະເທດ ເຊິ່ງມາຮອດປັດຈຸບັນ ທຸກບ້ານທຸກເມືອງໄດ້ມີເສັ້ນທາງເຊື່ອມຈອດຫາກັນ ແລະ ສາມາດທຽວໄດ້ສອງລະດູເປັນປົກກະຕິ.
ສ່ວນທາງດ້ານວັດທະນະທຳ-ສັງຄົມນັ້ນ ກໍໄດ້ມີການປັບປຸງກໍ່ສ້າງ ແລະ ພັດທະນາໄປໃນທຸກດ້ານ ເປັນຕົ້ນລະບົບການສຶກສາ, ສາທາກໍພວມໄດ້ຮັບການຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ, ຈຳນວນໂຮງຮຽນ, ໂຮງໝໍ, ສຸກສາລາໄດ້ເພີ່ມຂຶ້ນ, ຈຳນວນແພດໝໍ, ຄູອາຈານ, ນັກຮຽນ-ນັກສຶກສາ ກໍເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ. ສະຫລຸບແລ້ວ ໃນໜຶ່ງປີຜ່ານມາ, ພາລະກິດການສ້າງສາພັດທະນາປະເທດຊາດໄດ້ດຳເນີນໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງລົງຕົວ.
ໃນປີ 2020 ເປັນປີທີ່ປະເທດຊາດຂອງພວກເຮົາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງພໍສົມຄວນ ເປັນຕົ້ນຜົນກະທົບດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຂົງເຂດການຜະລິດທຸລະກິດ ແລະ ບໍລິການໃນຫລາຍຂະແໜງການຖືກຢຸດສະງັກ. ຂະແໜງການທີ່ມີຜົນກະທົບໜັກກວ່າໝູ່ກໍແມ່ນຂະແໜງທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ຂົງເຂດການຜະລິດຈຳນວນໜຶ່ງ. ຈາກສາເຫດດັ່ງກ່າວ ຈຶ່ງເຮັດໃຫ້ລະບົບເສດຖະກິດມະຫາພາກຂະຫຍາຍຕົວຊ້າລົງ, ລາຍຮັບແຫ່ງຊາດຕົກຕໍ່າຂາດດູນຈຳນວນບໍ່ໜ້ອຍ.
ແຕ່ເຖິງຢ່າງໃດກໍດີ, ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານເຮົາ ແລະ ດ້ວຍຄວາມຕັດສິນໃຈສູງໃນການບຸກທະລຸແຕ່ລະຂົງເຂດ ຈຶ່ງເຮັດໃຫ້ພວກເຮົາສາມາດຜ່ານພົ້ນບັນດາວິກິດຕ່າງໆໄດ້ຢ່າງໜ້າເພິ່ງພໍໃຈ. ຜົນສຳເລັດຊິ້ນໃຫຍ່ໆທີ່ສະແດງໃຫ້ເຫັນໃນປີ 2020 ນີ້ກໍແມ່ນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສາມາດປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ຍັງບໍ່ທັນມີຜູ້ໃດເສຍຊີວິດຍ້ອນ. ສິ່ງຕ່າງໆທີ່ໄດ້ກ່າວມາໂດຍສັງເຂບນີ້ແມ່ນໝາກຜົນແຫ່ງການຈັດຕັ້ງທ້າຍສະໄໝຂອງມະຕິຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ຊຸດທີ 8.
ສະນັ້ນ, ໃນໂອກາດກ້າວສູ່ປີໃໝ່ສາກົນ 2021 ພວກເຮົາເຫລົ່າທີມງານໜັງສືພິມ ລາວພັດທະນາ ທຸກທົ່ວໜ້າ ຂໍອວຍໄຊໃຫ້ພອນມາຍັງການນຳພັກ-ລັດຈົ່ງໝັ້ນຍືນເຂັ້ມແຂງ ນຳພາຊາດບ້ານເມືອງ ແລະ ປະຊາຊົນບັນດາເຜົ່າກ້າວສູ່ຄວາມຈະເລີນຮຸ່ງເຮືອງ, ຮັ່ງມີ, ອີ່ມໜຳສຳລານໃນຍຸກໃໝ່ທັນສະໄໝຕະຫລອດໄປດ້ວຍເຖີດ.

