ອາເມລິກາ ຈີກສັນຍາໄມຕີກັບອີຣານ ຫລັງສານໂລກສັ່ງຫລຸດຜ່ອນການຂວ້ຳບາດ

ອາເມລິກາຕອບສະໜອງຕໍ່ຄຳພິພາກສາຂອງສານໂລກ ເຊິ່ງສັ່ງໃຫ້ລັດຖະບານວໍຊິງຕັນຫລຸດຜ່ອນມາດຕະການຂວ້ຳບາດອີຣານ ໂດຍການຢຸດສັນຍາມິດໄມຕີທາງການຄ້າກັບລັດຖະບານເຕຮາຣານ ແລະ ຖອນຕົວອອກຈາກຂອບຂໍ້ຕົກລົງສາກົນທີ່ຍອມຮັບອຳນາດຂອງສານໂລກ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພາຍຫລັງຄະນະຕຸລາການສານຍຸຕິທຳສາກົນ (ICJ) ປະກາດຄຳພິພາກສາໃນວັນທີ 3 ຕຸລາ ດ້ວຍມະຕິເປັນເອກະພາບວ່າ: ມາດຕະການຂວ້ຳບາດຂອງອາເມລິກາຕໍ່ອີຣານ ລະເມີດບາງມາດຕາຂອງສົນທິສັນຍາໄມຕີ ແລະ ການພົວພັນທາງເສດຖະກິດທີ່ທັງສອງປະເທດລົງນາມຮ່ວມກັນໃນປີ 1955 ແລະ ສັ່ງໃຫ້ລັດຖະບານວໍຊິງຕັນຫລຸດຜ່ອນມາດຕະການກົດດັນທາງເສດຖະກິດຕໍ່ລັດຖະບານເຕຮາຣານ ດ້ວຍການຍົກເລີກມາດຕະການກີດຂວາງການນຳເຂົ້າ ແລະ ສົ່ງອອກສິນຄ້າທີ່ “ມີຄວາມຈຳເປັນດ້ານມະນຸດສະທຳ” ເຊັ່ນ: ອາຫານ ແລະ ຢາປິ່ນປົວພະຍາດ ຕະຫລອດຮອດອຸປະກອນການແພດ, ຊິ້ນສ່ວນ ແລະ ອຸປະກອນທີ່ຈຳເປັນຕໍ່ຄວາມປອດໄພການບິນພົນລະເຮືອນ.
https://twitter.com/StateDept/status/1047507241752883206
ທັງນີ້, ຄຳພິພາກສາຂອງ ICJ ຖືເປັນຈຸດສິ້ນສຸດ ເຊິ່ງໝາຍຄວາມວ່າ: ບໍ່ສາມາດອຸທອນໄດ້ອີກ. ຕໍ່ມາທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ຖະແຫລງຢູ່ນະຄອນຫລວງວໍຊິງຕັນ “ຜິດຫວັງຢ່າງຍິ່ງ” ຕໍ່ຄຳຕັດສິນຂອງສານໂລກ ແລະ ຕຳນິອີຣານອາໄສ ICJ ເປັນເຄື່ອງມືສະແຫວງຫາຜົນປະໂຫຍດທາງການເມືອງໃຫ້ຕົນເອງ ແລະ ຢືນຢັນວ່າ: ICJ “ບໍ່ມີຂອບເຂດອຳນາດຕາມກົດໝາຍ” ໃນການພິຈາລະນາຂໍ້ຂັດແຍ່ງຄັ້ງນີ້ ເນື່ອງຈາກຖ້ອຍຄຳໃນສົນທິສັນຍາ “ລະບຸໄວ້ຢ່າງຈະແຈ້ງ” ວ່າ: ການຫລຸດຜ່ອນຄວາມຂັດແຍ່ງທີ່ເກີດຂຶ້ນຈາກຂໍ້ຕົກລົງສະບັບນີ້ໃຫ້ເປັນການເຈລະຈາລະຫວ່າງພາຄີທີ່ລົງນາມ ເຊິ່ງກໍຄືອາເມລິກາກັບອີຣານເທົ່ານັ້ນ. ດ້ວຍເຫດນີ້ ລັດຖະບານວໍຊິງຕັນຈະຢຸດສັນຍາດັ່ງກ່າວ ເພາະເປັນຂໍ້ຕົກລົງທີ່ “ບໍ່ສົມເຫດສົມຜົນ”.
ໃນເວລາດຽວກັນ, ທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈຳທຳນຽບຂາວ ປະກາດເພີ່ມຕື່ມວ່າ: ນອກເໜືອຈາກການຢຸດສັນຍາກັບອີຣານ, ອາເມລິກາຈະຖອນຕົວຈາກ “ພິທີການທູດທາງເລືອກ ແລະ ການລະງັບຂໍ້ຂັດແຍ່ງ” ເຊິ່ງເປັນໜຶ່ງໃນຂໍ້ຕົກລົງໃນຂອບຂອງອະນຸສັນຍາວຽນນາ ສະບັບປີ 1961 ທີ່ເປັນການຍອມຮັບ “ຂອບເຂດພາກບັງຄັບ” ຂອງ ICJ ໃຫ້ເປັນຜູ້ຊີ້ຂາດຄວາມຂັດແຍ່ງສາກົນ ໃນກໍລະນີທີ່ປະເທດຄູ່ກໍລະນີບໍ່ສາມາດຫລຸດຜ່ອນບັນຫາກັນເອງໄດ້.

