ຈີນສົ່ງອາວຸດປືນຫລາຍພັນຊຸດ ຊ່ວຍຟີລິບປິນສູ້ກະບົດມາລາວີ
ຟີລິບປິນຮັບມອບອາວຸດປືນຈາກຈີນຫລາຍພັນກະບອກ ສຳລັບໃຊ້ໃນການສູ້ຮົບກັບກຸ່ມກະບົດແນວຮ່ວມ IS ຢູ່ເມືອງມາລາວີ, ບົ່ງບອກການຮ່ວມມືທາງທະຫານລະຫວ່າງສອງປະເທດທີ່ແໜ້ນແຟ້ນຍິ່ງຂຶ້ນ.
+ ການສູ້ຮົບຢູ່ມາລາວີກັບມາສູ້ຮົບກັນອີກ ຫລັງຄົບຢຸດຍິງ 8 ຊົ່ວໂມງ
+ ຟີລິບປິນເລັ່ງໂຈມຕີກຸ່ມຕິດອາວຸດຢູ່ເມືອງທາງໃຕ້ ຫລັງຜ່ານມາເກືອບເດືອນແລ້ວ
+ ດູເຕີເຕ ເຜີຍອາດໃຊ້ກົດໄອຍະການເສິກຢູ່ພາກໃຕ້ເປັນເວລາ 1 ປີ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ໃນວັນທີ 29 ມິຖຸນານີ້ວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ກ່າວລະຫວ່າງພິທີຮັບມອບອາວຸດປືນຈາກຈີນຈຳນວນຫລາຍພັນກະບອກ ແລະ ລູກປືນອີກຈຳນວນໜຶ່ງ ລວມມູນຄ່າປະມານ 7,35 ລ້ານໂດລາສະຫະລັດ ໃນວັນທີ 28 ມິຖຸນາວ່າ: ເປັນການເປີດສັກກະລາດໃໝ່ຕໍ່ການພົວພັນລະຫວ່າງສອງປະເທດ ແລະ ກ່າວອີກວ່າ: ເປັນເລື່ອງດີທີ່ມີມິດທີ່ດີເຊັ່ນຈີນ ເຊິ່ງມີຄວາມເຂົ້າໃຈເປັນຢ່າງດີຕໍ່ສະຖານະການຢູ່ຟີລິບປິນ.
ທ່ານ ຈ້າວ ຈ້ຽນຫົວ ເອກອັກຄະລັດຖະທູດຈີນປະຈຳນະຄອນຫລວງມະນິລາ ກ່າວວ່າ: ອາວຸດຊຸດດັ່ງກ່າວເປັນພຽງຊຸດທຳອິດເທົ່ານັ້ນ ແລະ ຊຸດທີສອງຈະເດີນທາງມາເຖິງຟີລິບປິນພາຍໃນໄລຍະເວລາໃກ້ໆນີ້ ເພື່ອສະໜັບສະໜູນກອງທັບຟີລິບປິນໃນພາລະກິດຂັບໄລ່ກຸ່ມກະບົດເມົາເຕອອກຈາກເມືອງມາລາວີ ເກາະມິນດາເນົາ, ຂະນະທີ່ທ່ານ ດູເຕີເຕ ເຄີຍກ່າວເມື່ອມໍ່ໆນີ້ວ່າ: ທ່ານບໍ່ເຄີຍຂໍການຊ່ວຍເຫລືອທາງທະຫານຈາກອາເມລິກາ ເພື່ອຊ່ວຍປາບປາມກຸ່ມກະບົດແນວຮ່ວມ IS ຢູ່ເມືອມາລາວີ ເຊິ່ງຢູ່ພາຍໃນກົດໄອຍະການເສິກນັບແຕ່ວັນທີ 23 ພຶດສະພາຜ່ານມາ ແລະ ສະຖະນະການສູ້ຮົບຍັງຮຸນແຮງ ມີຜູ້ເສຍຊີວິດແລ້ວຫລາຍກວ່າ 400 ຄົນ ໂດຍປະມານ 300 ຄົນເປັນກຸ່ມຄົນຮ້າຍ, ເຈົ້າໜ້າທີ່ຢ່າງໜ້ອຍ 71 ຄົນ ສ່ວນທີ່ເຫລືອເປັນພົນລະເຮືອນ ເຊິ່ງມີລາຍງານການພົບສົບພົນລະເຮືອນພາຍໃນວັນດຽວ 17 ສົບ ໃນວັນທີ 28 ມິຖຸນານີ້.

