ເຊີນຮ່ວມແລ່ນລະດົມທຶນຊ່ວຍເຫລືອໂຮງໝໍ 2 ແຂວງລາວ

ອີເວັ້ນຟໍກູດ ຮ່ວມກັບ ບໍລິສັດ ກຣີນດີສຄາເວີລີກຽມ ຈັດກິດຈະກໍາແລ່ນແຕ່ໃຕ້ຫາເໜືອ ເພື່ອລະດົມທຶນຊ່ວຍເຫລືອໂຮງໝໍ 2 ແຂວງພາກເໜືອ ແລະ ພາກໃຕ້ຂອງລາວດ້ວຍໄລຍະທາງ 1.569 ກິໂລແມັດ ຂຶ້ນໃນຕົ້ນເດືອນຕຸລານີ້.
ທ່ານ ອິນທີ ເດືອນສະຫວັນ ນັກກິລາແລ່ນທີ່ຈະເຂົ້າຮ່ວມກິດຈະກໍາແລ່ນໃຕ້ຫາເໝືອ ໃຫ້ສໍາພາດວ່າ: ກິດຈະກໍາຄັ້ງນີ້ຖືວ່າເປັນຄັ້ງທີ 5 ແລ້ວ ໄລຍະຜ່ານມາພວກເຮົາແລ່ນພຽງໄລຍະສັ້ນແຕ່ນະຄອນຫລວງວຽງຈັນຫາຫລວງພະບາງ ເຊິ່ງຄັ້ງນັ້ນພວກເຮົາໄດ້ລະດົມທຶນຊ່ວຍເຫລືອໂຮງໝໍເພື່ອນລາວສໍາລັບເດັກແຂວງຫລວງພະບາງເທົ່ານັ້ນ, ແຕ່ເນື່ອງຈາກວ່າປັດຈຸບັນ ສປປ ລາວ ເກີດປະສົບໄພພິບັດນໍ້າຖ້ວມຫລາຍບ່ອນ ເປັນຕົ້ນແຂວງອັດຕະປືທີ່ມີຄວາມຕ້ອງການຄວາມຊ່ວຍເຫລືອຫລາຍດ້ານ, ໃນນັ້ນ ອຸປະກອນການແພດກໍມີຄວາມສໍາຄັນທີ່ມີຄວາມຕ້ອງການທີ່ສຸດໃນປັດຈຸບັນ. ດັ່ງນັ້ນ, ທາງຄະນະອາສາສະໝັກແລ່ນຂອງພວກເຮົາຈຶ່ງຈັດກິດຈະກໍາຄັ້ງນີ້ຂຶ້ນມາ ເພື່ອລະດົມທຶນຊື້ອຸປະກອນການແພດຊ່ວຍເຫລືອໂຮງໝໍແຂວງອັດຕະປື ແລະ ໂຮງໝໍເພື່ອນລາວສໍາລັບເດັກ ແຂວງຫລວງພະບາງ. ກິດຈະກໍາຄັ້ງນີ້ພວກເຮົາຈະເລີ່ມຂຶ້ນໃນວັນທີ 7 ຕຸລາເປັນຕົ້ນໄປ ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ຄາດວ່າຈະຮອດແຂວງຜົ້ງສາລີໃນວັນທີ 21 ຕຸລານີ້. ສະນັ້ນ, ຕົນເອງໃນນາມຜູ້ທີ່ມີຄວາມຮັກມັກໃນການແລ່ນຈຶ່ງຂໍເຊີນຊວນບັນດານ້ອງນັກສຶກສາ ແລະ ພໍ່ແມ່ປະຊາຊົນທີ່ມີຂໍ້ສະດວກເຂົ້າຮ່ວມກິດຈະກໍາຄັ້ງນີ້ ເພື່ອຮ່ວມກັນເປັນຂະບວນລະດົມທຶນຊ່ວຍເຫລືອທັງ 2 ໂຮງໝໍດັ່ງກ່າວ.

