ໄດ້ແລ້ວ 8 ທີມສຸດທ້າຍຜ່ານເຂົ້າຮອບ 2 ຊີງແຊ້ມອາຊີ

ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ້ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ 2019 FC U-16 WOMEN’S CHAMPIONSHIP Thailand 2019 ຈະຈັດຂຶ້ນໃນລະຫວ່າງວັນທີ 23 ກຸມພາ -3 ມີນາ 2019 ທີ່ປະເທດໄທ ໂດຍມີ 8 ທີມທີ່ຜ່ານຮອບຄັດເລືອກຄັ້ງທີ 2.
ສໍາລັບການຄັດເລືອກຮອບ 2 ປະກອບມີ 8 ທີມຄື: ສປ ຈີນ, ລາວ, ອີຣານ, ອົດສະຕຣາລີ, ມຽນມາ, ບັງກະລາເທດ, ຫວຽດນາມ ແລະ ຟີລິບປິນ ໂດຍຈະແບ່ງເປັນ 2 ກຸ່ມ, ກຸ່ມລະ 4 ທີມ ເອົາອັນດັບ 1 ແລະ ອັນດັບ 2 ຜ່ານເຂົ້າຮອບສຸດທ້າຍ ໂດຍຈະເອົາພຽງ 4 ທີມເຂົ້າຮອບ, ສ່ວນ 4 ທີມຜ່ານເຂົ້າຮອບສຸດທ້າຍແລ້ວມີ ສປປ ເກົາຫລີ (ແຊ້ມເກົ່າ), ສ.ເກົາຫລີ (ຮອງແຊ້ມ), ຍີ່ປຸ່ນ ແລະ ໄທ (ເຈົ້າພາບ, ຮອບສຸດທ້າຍແມ່ນຈະແຂ່ງຂັນວັນທີ 15 ຫາ 28 ກັນຍາ 2019.
ສ່ວນການຄັດເລືອກໃນຮອບທໍາອິດ ກຸ່ມບີ ປະກອບມີ: ອິນເດຍ, ຮົງກົງ, ປາກິດສະຖານ ແລະ ມົງໂກລີ (ເຈົ້າພາບ) ຈັດຂຶ້ນລະຫວ່າງ 15-23 ກັນຍາຜ່ານມານີ້ ທີມຊາດລາວສາມາດຍາດໄດ້ອັນດັບທີ 1 ຂອງກຸ່ມ ໄດ້ຈາກການລົງສະໜາມ 4 ຄັ້ງ ຊະນະ 3 ຄັ້ງ ສະເໝີ 1 ຄັ້ງ ລວມມີ 10 ຄະແນນ ຜ່ານເຂົ້າຮອບຄັດເລືອກຄັ້ງທີ 2.

