U16 ລາວ ລົງສະໜາມພົບກັບ ຮົງກົງ ມື້ນີ້

ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ລຸ້ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ 2019 AFC U-16 WOMEN’S CHAMPIONSHIP 2019 ທີ່ປະເທດມົງໂກລີ ໃນລະຫວ່າງວັນທີ 15-23 ກັນຍາ 2018 ເຊິ່ງທີມຊາດລາວເຮົາຈະລົງສະໜາມຄັ້ງທີ 3 ພົບກັບ ຮົງກົງ ໃນວັນທີ 21 ກັນຍານີ້ ເວລາ 13:00 ໂມງ.
ທ່ານ ນາງ ແກ້ວຕາ ພົງອຸດົມ ຜູ້ຊ່ວຍຄູຝຶກທີມຊາດລາວ U16 ຍິງ ໃຫ້ສໍາພາດວ່າ: ພາຍຫລັງລົງສະໜາມ 2 ຄັ້ງ ເຊິ່ງສາມາດເອົາຊະນະ 2 ຄັ້ງ ສົ່ງຜົນໃຫ້ຢູ່ອັນດັບທີ 2 ຂອງກຸ່ມ. ສ່ວນການລົງສະໜາມຄັ້ງທີ 3 ພວກເຮົາກໍບໍ່ປະຫມາດ ເພາະຮູບແບບການຫລິ້ນຂອງເຂົາເຈົ້າກໍຖືວ່າຫລິ້ນດີພໍສົມຄວນ, ສ່ວນສະພາບອາກາດພວກເຂົາກໍມີຄວາມໄດ້ປຽບ. ແນວໃດກໍຕາມ ພວກເຮົາກໍຈະສູ້ຢ່າງເຕັມທີ່ ແລະ ເຊື່ອໝັ້ນວ່າລູກທີມຂອງຕົນເອງຈະເຮັດຜົນງານໄດ້ດີຄືຄັ້ງຜ່ານມາ.
ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ລຸ້ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ 2019 AFC U-16 WOMEN’S CHAMPIONSHIP 2019 ທີ່ປະເທດມົງໂກລີ ທີມຊາດລາວ ຢູ່ຮ່ວມກຸ່ມບີ ປະກອບມີ: ອິນເດຍ, ຮົງກົງ, ປາກິດສະຖານ ແລະ ມົງໂກລີ (ເຈົ້າພາບ).

