ສົກຮຽນໃໝ່ໃຫ້ໃສ່ໃຈອາຫານໃນໂຮງຮຽນ

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ມາຮອດປັດຈຸບັນ ຫລາຍໂຮງຮຽນ ສາມັນສຶກ ສາ ໃນຂອບເຂດທົ່ວປະເທດ, ຕ່າງກໍໄດ້ກ້າວເຂົ້າສູ່ການສິດ ສອນຮ່ຳຮຽນເປັນປົກກະຕິ ແລ້ວ, ເວັ້ນແຕ່ບັນດາໂຮງ ຮຽນທີ່ໄດ້ຮັບຜົນກະທົບຈາກ ໄພນ້ຳຖ້ວມໃນຜ່ານມານີ້, ແຕ່ ເຖິງຢ່າງໃດພາກສ່ວນກ່ຽວ ຂ້ອງກໍໄດ້ສຸມທຸກຄວາມພະ -ຍາຍາມເພື່ອໃຫ້ສົກຮຽນ ໃໝ່ 2018-2019 ໄດ້ດຳ ເນີນໄປດ້ວຍປະລິມານ ແລະ ຄຸນນະພາບສູງ.
ແຕ່ໃນໂອກາດເຂົ້າຮຽນ ຫລາຍຄົນກໍເປັນຫວ່ງຫລາຍ ສຳລັບອາຫານໃນໂຮງຮຽນ, ເພາະຫລາຍໂຮງຮຽນເພິ່ນ ໄດ້ຕົກລົງຮັບເອົາບັນດາຜູ້ ປະກອບການປຸງແຕ່ງອາ ຫານຢູ່ພາຍນອກເຂົ້າມາສຳປະທານເພື່ອສະໜອງອາ ຫານໃຫ້ແກ່ນັກຮຽນ, ເຖິງ ຈະຖືກຫລືແພງເຖິງຈະແຊບ ຫລືບໍ່ແຊບ, ຈະຮັບປະກັນ ຄວາມສະອາດປອດໄພ ຫລື ບໍ່ນັ້ນກໍເປັນແຕ່ບຸນ.
ຕາມຫລາຍຄົນທີ່ຮູ້ ສະພາບນີ້ດີເພິ່ນເວົ້າວ່າ: ໃນຜ່ານມານີ້ການກວດກາ ຂອງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກທີ່ ຈະລົງມາກວດອາຫານໃນ ໂຮງຮຽນແມ່ນບໍ່ມີເລີຍ.
ເອົາແຕ່ຜູ້ປະກອບການ ຢາກເຮັດແນວໃດກໍເຮັດ ຂໍພຽງມີກຳໄລກໍແລ້ວກັນ ແລະ ແຕ່ລະເດືອນມາກໍມີ ສ່ວນແບ່ງໃຫ້ໂຮງຮຽນກໍ OK ແລ້ວ. ໂດຍບໍ່ຄຳນຶງວ່າ ອາຫານເລົ່ານັ້ນຈະມີຄວາມ ປອດໄພຫລືບໍ່? ໂດຍສ່ວນ ໃຫຍ່ຜູ້ປະກອບການຈະນຳ ໃຊ້ຂະນໍ ຫລື ແປ້ງນົວເປັນ ຫລັກເພື່ອຍົວະຍວນຜູ້ມາໃຊ້ ບໍລິການເທົານັ້ນສ່ວນຜົນຈະ ຕາມມາເອົາໄວ້ເບື້ອງຫລັງ ແລະ ສຳລັບສົກຮຽນໃໝ່ນີ້ ຫລາຍໂຮງຮຽນຢູ່ນະຄອນ ຫລວງວຽງຈັນ ເພິ່ນມີລະ ບຽບຫ້າມບໍ່ໃຫ້ນັກຮຽນກັບ ບ້ານກັບເຮືອນເພື່ອກິນເຂົ້າ ສວາຍເວັ້ນເສຍແຕ່ຜູ້ຢູ່ໃກ້ໆ ໂຮງຮຽນເທົ່ານັ້ນ.
ດັ່ງນັ້ນກໍໝາຍວ່າທັງ ໝົດກໍຕ້ອງອີງອາໄສແຕ່ ອາຫານໃນໂຮງຮຽນເທົ່າ ນັ້ນ, ນີ້ກໍຫາກດີຖ້າໂຮງຮຽນ ແລະ ອຢ ມີຄວາມຕັ້ງໃຈຄຸ້ມ ຄອງກວດກາຄວາມປອດ ໄພຂອງອາຫານເລົ່ານັ້ນໃຫ້ ເປັນປົກປະຕິ./.
+ອາຫານທີ່ຄົນເປັນພະຍາດຫອບຫືດຄວນຫລີກເວັ້ນ
+ ອາຫານມັນເຮັດໃຫ້ທ່ານສ່ຽງເປັນມະເຮັງເຕົ້ານົມ


