ຈີນອາດກຽມຍົກເລີກ ນະໂຍບາຍວາງແຜນຄອບຄົວ

ສື່ທາງການຈີນລາຍງານວ່າ: ຈີນ ເຊິ່ງມີປະຊາກອນຫລາຍທີ່ສຸດໃນໂລກ ມີທ່າອ່ຽງຈະຍົກເລີກນະໂຍບາຍກຳນົດຈຳນວນລູກໃນຄອບຄົວທີ່ຫລາຍທົດສະວັດໃຊ້ມາ.
ໜັງສືພິມໂພຣຄູເຣທໍເຣດ ເດລີ ລາຍງານວ່າ: ຮ່າງປະມວນກົດໝາຍແພ່ງທີ່ສະມາຊິກສະພາລະດັບສູງພິຈາລະນາໃນວັນທີ 27 ສິງຫານີ້ ໄດ້ຍົກເລີກເນື້ອໃນທັງໝົດທີ່ກ່ຽວກັບການວາງແຜນຄອບຄົວ ແລະ ໃຫ້ໂອກາດຄູ່ສົມລົດຍົກເລີກຄຳຮ້ອງຂໍຢ່າໄດ້ພາຍໃນໜຶ່ງເດືອນ. ຮ່າງກົດໝາຍທີ່ຜ່ານການແກ້ໄຂທົບທວນແລ້ວຈະນຳສະເໜີຕໍ່ກອງປະຊຸມສະພາປະຊາຊົນແຫ່ງຊາດຕໍ່ໄປໃນເດືອນມີນາ 2020.
ຈີນບັງຄັບໃຊ້ນະໂຍບາຍມີລູກຄົນດຽວມາແຕ່ປີ 1979 ຕໍ່ມາໄດ້ທະຍອຍຫລຸດຜ່ອນ ເພາະອັດຕາເດັກເກີດໃໝ່ຫລຸດລົງ ແລະ ປະຊາກອນເຂົ້າສູ່ໄວອາຍຸສູງຫລາຍຂຶ້ນ ສົ່ງຜົນໃຫ້ປະຊາກອນໄວແຮງງານຫລຸດລົງ ໂດຍໃນປີ 2016 ລັດຖະບານອະນຸຍາດໃຫ້ຄອບຄົວໃນເຂດເມືອງມີລູກໄດ້ສອງຄົນ. ຫລ້າສຸດໃນຕົ້ນເດືອນນີ້ ມີກະແສຂ່າວວ່າ: ລັດຖະບານອາດຫລຸດຜ່ອນນະໂຍບາຍອີກ, ເມື່ອໄປສະນີຈີນເປີດຕົວສະແຕມແບບໃໝ່ທີ່ຈະອອກໃຊ້ໃນປີໜ້າ ເປັນຮູບຄອບຄົວພໍ່ແມ່ໝູ ແລະ ລູກໝູສາມຕົວ.

