ຈີນ-ອາເມລິກາ ອອກຖະແຫລງການຮ່ວມ ຈະບໍ່ເຮັດສົງຄາມການຄ້າລະຫວ່າງກັນ

ຈີນກັບອາເມລິກາອອກຖະແຫລງການຮ່ວມໃນວັນທີ 19 ພຶດສະພາ ປະກາດຈະບໍ່ເຮັດສົງຄາມທາງການຄ້າລະຫວ່າງກັນຢ່າງແນ່ນອນ.
ທັງສອງຝ່າຍຕົກລົງກັນວ່າ: ອາເມລິກາຈະໃຊ້ມາດຕະການຕ່າງໆ ເພື່ອຫລຸດການຂາດດູນການຄ້າຂອງອາເມລິກາທີ່ມີຕໍ່ຈີນ. ຂະນະທີ່ຈີນຈະເພີ່ມການຊື້ສິນຄ້າ ແລະ ບໍລິການຈາກອາເມລິກາໃຫ້ຫລາຍຂຶ້ນ ເພື່ອເປັນການສົ່ງເສີມການພັດທະນາເສດຖະກິດ ແລະ ການຈ້າງວຽກຂອງອາເມລິກາ ລວມທັງເພີ່ມການຊື້ສິນຄ້າກະສິກຳ ແລະ ພະລັງງານຈາກອາເມລິກາໃຫ້ຫລາຍຂຶ້ນ.
ສຳລັບຄະນະຜູ້ແທນຈີນທີ່ເດີນທາງມາເຈລະຈາກັບອາເມລິກາ ຢູ່ນະຄອນຫລວງວໍຊິງຕັນ ນຳໂດຍທ່ານຮອງນາຍົກລັດຖະມົນຕີ ຫລິວເຣີ, ສຳລັບຝ່າຍອາເມລິກາ ນຳໂດຍທ່ານ ສຕີເຟນ ມານູຊິນ ລັດຖະມົນຕີການເງິນ ກັບທ່ານ ວິລເບີ ຣໍສ ລັດຖະມົນຕີການຄ້າ ແລະ ທ່ານ ໂຣເບິດ ໄລໄທເຊີ ຜູ້ແທນການຄ້າຂອງອາເມລິກາ.

