ສາຍໃຍສຳພັນ ຈັບມື ທຄຕລ ໃຫ້ລູກຄ້າງ່າຍຕໍ່ການຊໍາລະ

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ (ສກຈຮ) ສາຍໃຍສຳພັນທີ່ໃຫ້ການບໍລິການຢູ່ 2 ແຂວງພາກກາງ (ສະຫວັນນະເຂດ-ຄໍາມ່ວນ) ໃນການບໍ ລິການຊຳລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ (BILL PAYMENT) ເຊິ່ງພິທີດັ່ງກ່າວຈັດຂຶ້ນທີ່ສຳນັກງານໃຫຍ່ ທຄຕລໃນວັນທີ 15 ສິງຫານີ້ ລະຫວ່າງທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທຄຕລ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອໍານວຍການ ສກຈຮ ສາຍໃຍສໍາພັນ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການຮ່ວມມືຄັ້ງນີ້ ແນໃສ່ສ້າງຄວາມສະດວກໃຫ້ການບໍລິການໃນຂອບເຂດ 12 ເມືອງຂອງແຂວງສະຫວັນນະເຂດ ແລະ 10 ເມືອງຂອງ ແຂວງຄໍາມ່ວນ ເພື່ອດໍາເນີນທຸລະກິດ, ການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ ແລະ ສ້າງຄວາມສະດວກໃນການຊໍາລະສະສາງ ໂດຍບໍ່ຕ້ອງໄປສໍານັກງານຂອງສະຖາບັນດັ່ງກ່າວ ພຽງແຕ່ຈ່າຍຜ່ານ ທຄຕລ (BILL PAYMENT) ກໍໄດ້ເຊິ່ງໃນເບື້ອງຕົ້ນນໍາໃຊ້ລະບົບ Auto Debit ກໍຄືການຕັດບັນຊີອັດອະໂນ ມັດຂອງບັນຊີລູກຄ້າໃຫ້ແກ່ ສກຈຮ ສາຍໃຍສໍາພັນ.
ການ ບໍລິການຊຳລະຄ່າສາທາລະນຸປະໂພກ ຜ່ານທະນາຄານ ທຄຕລ ໄດ້ເລີ່ມໃຫ້ບໍລິການ Bill Payment ທຳອິດໃນປີ 2009 ເປັນບໍລິການທີ່ໄດ້ມີການຊົມໃຊ້ຫຼາຍໃນປັດຈຸບັນ ໂດຍສະເພາະການຊໍາລະຄ່າ Bill Payment ຜ່ານ BCEL One (Mobile Banking Application ຂອງ ທຄຕລ); ມາຮອດປັດຈຸບັນ ທຄຕລ ໄດ້ໃຫ້ບໍລິການຊຳລະຄ່າສາທາລະນຸປະໂພກຮ່ວມກັບ 24 ພາກສ່ວນມີບັນດາບໍລິສັດເຊົ່າສິນເຊື່ອ, ສະຖາບັນການເງິນຈຸລະພາກ-ທະນາຄານທຸລະກິດ ໂດຍມີການເຄື່ອນ ໄຫວທັງໝົດຫຼາຍກວ່າ 6 ລ້ານລາຍການ ລວມມູນຄ່າ1 ພັນກວ່າຕື້ກີບ; ໃນນີ້ ມີການຊຳລະຄ່າໄຟຟ້າ, ນໍ້າປະປາ, ຄ່າໂທລະສັບ, ຄ່າພາສີອາກອນ, ຄ່າເຄໂບ, ບັດນໍ້າມັນ, ຄ່າບັດຂ້າມຂົວມິດຕະພາບລາວ-ໄທ ແຫ່ງ ທີ່ 1 ແລະ ຊຳລະຄ່າງວດເຊົ່າສິນເຊື່ອ ແລະ ໃນອະນາຄົດ ທຄຕລ ແລະ ສກຈຮ ສາຍໃຍສຳພັນຈະມີການພັດທະນາໃຫ້ສາມາດຊຳລະຜ່ານເຄົາເຕີ້ (Counter) ຈຸດບໍລິການ: ສໍານັກງານໃຫຍ່ ທຄຕລ, ບັນດາສາຂາ ແລະ ໜ່ວຍບໍລິການທົ່ວລະບົບ ທຄຕລ, ຜ່ານມືຖື ດ້ວຍ BCEL One ແລະ BCEL I-Bank, ຕູ້ ATM ແລະ SMS Banking ຕື່ມອີກ.

