ສາທາລະນະສຸກຫາລືມາດຕະການຕອບໂຕ້ໄພນ້ຳຖ້ວມ

ກອງປະຊຸມຫາລືມາດຕະການແຜນຕອບໂຕ້ໄພນ້ຳຖ້ວມທີ່ເກີດຂຶ້ນໃນລາວ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້, ໂດຍການເຂົ້າຮ່ວມຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມບັນດາຄູ່ຮ່ວມງານສາກົນ ເພື່ອສົນທະນາ ແລະ ວາງແຜນຕອບໂຕ້ຕໍ່ເຫດການສຸກເສີນໃນ ສປປ ລາວ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນປີ 2018 ສປປ ລາວ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງຮ້າຍແຮງ, ໂດຍສະເພາະແມ່ນຢູ່ແຂວງອັດຕະປື ຍ້ອນສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ແລະ ແຂວງຕ່າງໆຍ້ອນຝົນຕົກໜັກ, ຈາກເຫດການດັ່ງກ່າວຂະແຫນງສາທາລະນະສຸກສົມທົບກັບທຸກກຳລັງແຮງໃນສັງຄົມ, ຊ່ວຍເຫລືອຜູ້ເຄາະຮ້າຍ ແລະ ການສະກັດກັ້ນພະຍາດລະບາດໃນພຶ້ນທີ່ໄດ້ຮັບຜົນກະທົບໄດ້ເປັນຢ່າງດີ ແລະ ມາຮອດປັດຈຸບັນ ສະພາບການຕ່າງໆ ເລີ່ມເຂົ້າສູ່ສະພາບປົກະຕິແລ້ວ ແລະ ລັດຖະບານກຳລັງສຸມໃສ່ສ້າງພຶ້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເພື່ອຮັບປະກັນເຮັດໃຫ້ເຂົາເຈົ້າມີຊີວິດທີ່ດີຂື້ນ, ສະນັ້ນເພື່ອຕອບໂຕ້ຕໍ່ເຫດການສຸກເສີນທາງທຳມະຊາດ ກໍຄືດ້ານສາທາລະນະສຸກ ໃນຕໍ່ໜ້ານັ້ນຈະຕ້ອງມີການວາງແຜນຢ່າງລະອຽດ ແລະ ຮັບປະກັນໃຫ້ມີຄວາມວ່ອງໄວ ແລະ ດີກ່ວາເກົ່າ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຜ່ານມາການລົງແກ້ໄຂຕອບໂຕ້ໄພນ້ຳຖ້ວມ ຖືວ່າຍັງພົບຄວາມຫຍຸ້ງຍາກ, ສະນັ້ນກະຊວງສາທາລະນະສຸກ ຈຶ່ງໄດ້ມີການວາງແຜນແກ້ໄຂເຫດສຸກເສີນທາງທຳມະຊາດໃຫ້ໄດ້ດີຂຶ້ນຄື: ການປະສານງານ, ການຄວບຄຸມພະຍາດຕິດຕໍ່, ການສະໜອງນ້ຳສະອາດ ແລະ ສຸຂະພິບານ, ການບໍລິການທາງການແພດ ແລະ ອື່ນໆ.

