ສະພາກາຊາດໄທ ໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພນໍ້າຖ້ວມ ແຂວງອັດຕະປື ເກືອບ 7 ລ້ານບາດ

ເມື່ອບໍ່ດົນມານີ້, ສະພາກາຊາດໄທ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກ ມາມອບໃຫ້ແກ່ອົງການກາແດງລາວ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ  ແຂວງອັດຕະປື, ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປ່ຽນ-ເຊນໍ້ານ້ອຍທະລຸ ເມື່ອວັນທີ 23 ກໍລະກົດ ຜ່ານມາ. ຊຶ່ງເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ເຂົ້າສານ, ນໍ້າດື່ມ, ອາຫານສຳເລັດຮູບ, ຢາປົວພະຍາດ ແລະ ຜ້າເຕັ້ນ ລວມມີມູນຄ່າ 1.960.500 ບາດສະກຸນເງິນໄທ ແລະ ເງິນສົດຈໍານວນ 5 ລ້ານບາດ ລວມເປັນ 6.980.000 ລ້ານບາດ.  ເຄື່ອງດັ່ງກ່າວໄດ້ນໍາໄປແຈກຢາຍໃຫ້ປະຊາຊົນໃນ 6 ບ້ານເຊັ່ນ: ບ້ານໃໝ່, ສະໜອງໃຕ້, ຫີນລາດ, ທ່າຫີນ, ທ່າແສງຈັນ ແລະ ບ້ານສະໜອງ ມີຈໍານວນ 582 ຄອບຄົວ ແລະ 2.496 ຄົນ ຊຶ່ງໄດ້ເລີ່ມແຈກຢາຍມາແຕ່ວັນທີ 28 ກໍລະກົດເປັນຕົ້ນມາ.