ຝືກອົບຮົມວຽກງານກວດກາ ແລະ ຄວບຄຸມຢາເສບຕິດໃຫ້ເຈົ້າໜ້າທີ່ 10 ແຂວງພາກເຫນືອ

ຊຸດຝຶກອົບຮົມວຽກງານກວດກາ ແລະ ຄວບຄຸມຢາເສບຕິດໃຫ້ເຈົ້າໜ້າທີ່ 10 ແຂວງພາກເຫນືອໄດ້ມີຂຶ້ນໃນວັນທີ 19 ກຸມພານີ້ຢູ່ແຂວງຊຽງຂວາງ, ໂດຍການເປັນປະທານຂອງທ່ານພັນເອກ ອ່ອນຜິວ ໂຄງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ແລະ ຜູ້ຕາງໜ້າຈາກອົງການສາກົນກ່ຽວຂ້ອງເຂົ້າຮ່ວມ.
ກອງເລຂາຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ແມ່ນມີຄວາມໝາຍສຳຄັນຫລາຍ, ເນື່ອງຈາກສະພາບການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ໂດຍສະເພາະບັນຫາການລັກລອບຊື້-ຂາຍຢາເສບຕິດ ແລະ ບັນຫາດັ່ງກ່າວມັນໄດ້ກາຍເປັນບັນຫາຂອງພາກພຶ້ນ ແລະ ສາກົນ ແລະ ປະເທດໜຶ່ງປະເທດດຽວແມ່ນບໍ່ສາມາດແກ້ໄຂໄດ້, ສະນັ້ນ, ລັດຖະບານຍາມໃດກໍໃຫ້ຄວາມສຳຄັນ ແລະ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ໂດຍສະເພາະການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ເຖິງວ່າ ສປປ ລາວ ບໍ່ໄດ້ຮັບຜົນກະທົບໂດຍກົງຈາກການກໍ່ການຮ້າຍ ຫລື ອາຊະຍາກຳຂ້າມຊາດກໍຕາມ, ແຕ່ລັດຖະບານລາວ ຍາມໃດກໍຂັດຄ້ານ ແລະ ກ່າວປະນາມຕໍ່ການກໍ່ຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ແກ່ສັນຕິພາບ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ທ່ານຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໃຫ້ຮູ້ວ່າ: ການສະກັດກັ້ນ ແລະ ຕ້ານອາຊະຍາກຳແມ່ນມີຄວາມຈຳເປັນ ແລະ ເປັນສິ່ງທ້າທາຍໃຫ້ເຈົ້າໜ້າທີ່ປະຕິບັດກົດໝາຍພວກເຮົາ, ເພື່ອຮັກສາສະຖຽນລະພາບທາງການເມືອງ, ຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ. ເຖິງຢ່າງໃດກໍຕາມໃນສະພາບແວດລ້ອມທີ່ການກໍ່ອາຊະຍາກຳຂ້າມຊາດມີຄວາມຮ້າຍແຮງຂຶ້ນ, ມີການຈັດຕັ້ງແຫນ້ນໜາ ແລະ ມີຄວາມສະຫລັບຊັບຊ້ອນກວ່າເກົ່າ. ມັນຍິ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ປະຕິບັດກົດໝາຍພວກເຮົາໄດ້ເພີ່ມທະວີການຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນຫລາຍຂຶ້ນກວ່າເກົ່າ, ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານຂີດຄວາມສາມາດ ແລະ ເພື່ອປ້ອງກັນການກໍ່ອາຊະຍາກຳໃຫ້ທັນສະພາບການ.

