ແລມພາດ ຕັ້ງເປົ້າພາ ດາບີ ເຄົາຕີ ເລື່ອນຊັ້ນ

ແຟຣງ ແລມພາດ ຜູ້ຈັດການທີມໜ້າໃໝ່ໄຟແຮງຂອງ ດາບີ ເຄົາຕີ ໃນລີກແຊມປ້ຽນຊິບ ອັງກິດ ປະກາດເປົ້າໝາຍວ່າ: ລາວຕ້ອງການນຳທີມເລື່ອນຊັ້ນກັບຂຶ້ນມາຫລິ້ນໃນບານເຕະລີກສູງສຸດຂອງອັງກິດ ພຣີເມຍລີກ ອີກເທື່ອໜຶ່ງ.
ແລມພາດ ອາຍຸ 40 ປີ ຈະຄຸມທີມລົງຕະເກມລີກນັດທຳອິດຢ່າງເປັນທາງການ ພົບກັບ ເຣດດິງ ທີ່ສະໜາມມາເດສກີ ສະເຕດ້ຽມ ໂດຍລາວຕ້ອງການຢຸດໄລຍະເວລາ 10 ປີທີ່ ດາບີ ຫ່າງຫາຍຈາກພຣີເມຍລີກລົງໃຫ້ໄດ້.
“ແນ່ນອນວ່າເປົ້າໝາຍຂອງພວກເຮົາຄືການເລື່ອນຊັ້ນ ທຸກສະໂມສອນໃນແຊມປ້ຽນຊິບມີເປົ້າໝາຍດຽວກັນນີ້ ແຕ່ພວກເຮົາຈະຄ່ອຍໆກ້າວໄປເທື່ອລະກ້າວ, ພວກເຮົາຕ້ອງການຈົບອັນດັບໃຫ້ສູງທີ່ສຸດເທົ່າທີ່ຈະເຮັດໄດ້, ພວກເຮົາຕ້ອງການເລື່ອນຊັ້ນ ເພາະນີ້ຄືສະໂມສອນທີ່ສົມຄວນຈະຢູ່ໃນພຣີເມຍລີກ”.

