ເຈົ້າຊາຍແຫ່ງຊາອຸດິອາລາເບຍ ຈະຊື້ສະໂມສອນ ແມນເຊັດເຕີຢູໄນເຕັດໃຫ້ໄດ້ອິກຄັ້ງ..!

ເຈົ້າຊາຍ ໂມຮາມັດ ບີນຊັນມານ ແຫ່ງຊາອຸດິອາລາເບຍ ຍັງບໍ່ລົ້ມເລີກແຜນທີ່ຈະຊື້ສະໂມສອນບານເຕະເເມນເຊັດເຕີຢູໄນເຕັດ ທີມດັງໃນເສີກພຣີເມຍລີກອັງກິດ ກ່ອນໜ້ານີ້ ເຈົ້າຊາຍໂມຮາມັດ ບີນຊັນມານ ແຫ່ງຊາອຸດິອາລາເບຍ ຕົກເປັນຂ່າວວ່າລົ້ມເລີກແຜນຊື້ສະໂມສອນດັງກ່າວນີ້ແລ້ວ

ຫຼ້າສຸດ ເດີ໋ມີເຣີ ສື່ດັງຂອງອັງກິດໄດ້ລາຍງານໃຫ້ຮູ້ວ່າ: ເຈົ້າຊາຍແຫ່ງຊາດຸດິອາລາເບຍ ຍັງມີຄວາມຄິດຈະຊື້ສະໂມສອນດັງກ່າວຈາກເຈົ້າຂອງຄົນປະຈຸບັນຄືຕະກູນເກວເຊີ ພ້ອມນີ້ຍັງຖືກເຈົ້າຂອງທີມດັງກ່າວປະຕິເສດຫຼັງຈາກເຈົ້າຊາຍສະເໜີເງີນ 3.000 ລ້ານປອນ ມາແລ້ວເຖີງສອງຄັ້ງ ແຕ່ວ່າເຈົ້າຊາຍຈະຢືນຂໍ້ສະເໜີອີກຄັ້ງກໍຄືເພີ່ມເງີນເປັນ 3.300-3.500 ລ້ານປອນໃຫ້ຕະກູເກວເຊີ ໄດ້ພິຈາລະນາ ເຖີງແມ່ນວ່າຕະກູນເກວເຊີໄດ້ຕັ້ງລາຄາໄວ້ສູງເຖີງ 4.000 ລ້ານປອນກໍຕາມ

ພ້ອມນີ້ຖ້າຫາກວ່າຕະກູນເກວເຊີ ຕັດສີນໃຈຂາຍສະໂມສອນໃຫ້ກັບເຈົ້າຊາຍໂມຮາມັັດ ບີນຊັນມານ ໃນລາຄາທີ່ເຈົ້າຊາຍກຽມສະເໜີໃຫ້ນັ້ນກໍ່ເທົ່າກັບວ່າພວກເຂົາຈະໄດ້ກຳໄລມະຫາສານປະມານ 2.700 ລ້ານປອນ ເນື່ອງຈາກວ່າເມື່ອກ່ອນທີ່ຕະກູນເກວເຊີໄດ້ຊື້ສະໂມສອນດັງກ່າວພຽງ 790 ລ້ານປອນ ເມື່ອເດືອນ ພຶດສະພາ ປີ 2005

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ