ຫວຽດນາມມອບຟີມເອກະສານ ປະທານ ສຸພານຸວົງ ໃຫ້ລາວ

ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນບັນດາເຜົ່າຄົບຮອບ 109 ປີ (13 ກໍລະກົດ 1909-13 ກໍລະກົດ 2018) ທ່ານ ດັງ ຊວນ ຫາຍ ສິນລະປິນແຫ່ງຊາດ ປະທານສະມາ ຄົມຮູບເງົາຫວຽດນາມ ໄດ້ນຳເອົາຟີມເອກະສານປະທານ ສຸພານຸວົງ ກັບການພົວພັນຫວຽດນາມ ມາມອບໃຫ້ທ່ານ ສິງທອງ ສິງຫາປັນຍາ ຮັກສາການຫົວໜ້າຄະນະຮັບຜິດຊອບຫໍພິພິທະພັນໄກສອນ ພົມວິຫານ ເພື່ອສະແດງຄວາມຮູ້ບຸນຄຸນຂອງທ່ານປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນສອງຊາດຫວຽດນາມ-ລາວ, ທີ່ມີຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ. ເວົ້າສະເພາະແມ່ນທ່ານປະທານ ສຸພານຸວົງ ກັບ ຫວຽດນາມ, ໂດຍສະມາຄົມຮູບເງົາຫວຽດນາມໄດ້ຮວບຮວມເອົາການເຄື່ອນໄຫວຂອງເພິ່ນໃນການພົວພັນກັບ ສສ.ຫວຽດນາມ ໃນແຕ່ລະໄລຍະສ້າງເປັນຟິມເອກະສານໃນການສະເຫລີມສະຫລອງປີສາມັກຄີລາວ-ຫວຽດນາມໃນປີ 2017 ຜ່ານມາ ເພື່ອມາມອບໃຫ້ຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານໃນຄັ້ງນີ້.
ໃນໂອກາດນີ້, ທ່ານ ສິງທອງ ສິງຫາປັນຍາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະມາຄົມຮູບເງົາຫວຽດນາມ ທີ່ໄດ້ນຳເອົາຟິມເອກະສານສຳຄັນດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ຊຶ່ງເປັນຟິມເອກະສານທີ່ບັນທຶກເຫດການສໍາຄັນຂອງປະທານ ສຸພານຸ ວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນສອງຊາດລາວ ແລະ ຫວຽດນາມ ກໍຄືປະເທດເພື່ອນມິດໃນທົ່ວໂລກ ແລະ ຈະນຳເອົາຟິມດັ່ງກ່າວເຜີຍແຜ່ຜ່ານສື່ມວນຊົນ ເພື່ອໃຫ້ປະຊາຊົນໄດ້ເບິ່ງຢ່າງກວ້າງຂວາງ ແລະ ສຶກສາຮໍ່າຮຽນເອົາເປັນແບບຢ່າງທີດີຂອງທ່ານປະທານ ສຸພານຸວົງ ທີ່ມີຕໍ່ພາລະກິດປະຕິວັດ, ຕໍ່ປະຊາຊົນລາວ ບັນດາເຜົ່າ ແລະ ຕໍ່ປະເທດເພື່ອນມິດ.

