ສະຫວັນນະເຂດກຽມລົງມືກໍ່ສ້າງສະຖານີລົດໂດຍສານທີ່ບ້ານນາເຊັງ

ພິທີເຊັນສັນຍາພັດທະນາ ໂຄງການກໍ່ສ້າງ ແລະ ບໍລິການສະຖານີລົດໂດຍສານ ຄົບວົງຈອນ ທີ່ບ້ານນາເຊັງ   ນະຄອນໄກສອນ ພົມວິຫານ  ແຂວງສະຫວັນນະເຂດລະຫວ່າງອົງການປົກຄອງ ແຂວງ ເຊິ່ງລວມມີພະແນກໂຍທາທິການ-ຂົນສົ່ງ, ພະແນກແຜນການ ແລະ ການລົງທຶນ, ຫ້ອງວ່າການປົກ ຄອງກັບບໍລິສັດເມົາຕີເພລັກສ໌໌ ຈຳກັດຜູ້ດຽວໄດ້ມີຂຶ້ນໃນວັນທີ 26 ກໍລະກົດຜ່ານມານີ້, ທີ່ພະແນກແຜນການ ແລະ  ການລົງທຶນແຂວງພາຍຫລັງສຳເລັດການສຳຫລວດອອກແບບມາແລ້ວ, ເຊິ່ງເຫັນວ່າມີຄວາມອາດສາມາດ ແລະ ເໝາະສົມທີ່ສຸດໃນການກໍ່ສ້າງສະຖານີລົດ     ໂດຍສານດັ່ງກ່າວ.

ສຳລັບກິດຈະການທີ່ ຈະລົງທຶນພັດທະນາປະກອບມີ: ບໍລິການຂົນສົ່ງຜູ້ໂດຍ ສານທາງບົກລະຫວ່າງແຂວງຕໍ່ແຂວງ ແລະ ຕ່າງປະເທດ, ບໍລິການ ຮ້ານອາ ຫານ, ຮ້ານຂາຍເຄື່ອງທີ່ລະ ນຶກ-ຂອງຝາກ, ສູນວາງ ສະແດງສິນຄ້າ ແລະ ບໍລິການຮັບຝາກວັດສະດຸໃນເນື້ອທີ່ ທັງໝົດ 12 ເຮັກຕາຄາດ ວ່າໂຄງການດັ່ງກ່າວຈະສ້າງສຳເລັດໃນປີ 2024, ມີມູນ ຄ່າການລົງທຶນທັງໝົດ 4 ລ້ານໂດລາສະຫະລັດ, ເຊິ່ງຈະເຮັດໃຫ້ແຂວງສະຫວັນ ນະເຂດມີສະຖານີລົດໂດຍ ສານທີ່ທັນສະໄໝ ແລະ ຄົບ ວົງຈອນເພື່ອໄວ້ຄອຍບໍລິການສັງຄົມພ້ອມປະກອບ ສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ມີການຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ