ຫລວງພະບາງລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 109 ປີ

ເພື່ອລະນຶກເຖິງທ່ານ ປະທານ ສຸພານຸວົງ ຜູ້ນຳທີ່ ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ.
ໃນຕອນເຊົ້າວັນທີ 13 ກໍລະກົດນີ້, ການນຳແຂວງ ຫລວງພະບາງນຳໂດຍ ທ່ານ ສາຍສະໝອນ ຄົມທະວົງ ຮອງເລຂາພັກ ແຂວງ, ປະທານສະພາ ປະ ຊາຊົນ ແຂວງຫລວງພະ ບາງ, ພ້ອມດ້ວຍຄະນະປະ ຈຳພັກ ແຂວງ, ກຳມະການພັກ ແຂວງ, ກົງສູນໃຫຍ່ ຫວຽດນາມ-ກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງ ຫລວງພະບາງ, ພະນັກ ງານອາວຸໂສບຳນານ, ທະຫານ- ຕຳຫລວດ ແລະ ມວນ ຊົນຊາວນະຄອນຫລວງ ເປັນຈຳນວນຫລາຍຕ່າງ ກໍໄດ້ເຂົ້າຮ່ວມວາງກະຕ່າ ດອກໄມ້ຕໍ່ໜ້າຮູບຫລໍ່ ຂອງ ປະທານ ສຸພານຸວົງ ທີ່ ອານຸສາວະລີ ຂອງເພິ່ນຢູ່ ບ້ານນາວຽງຄຳ ແລະ ໄດ້ມີ ພິທີປູກຕົ້ນໄມ້ເພື່ອເປັນອາ ນຸສອນໄວ້ທີ່ອານຸສາວະລີ ດັ່ງກ່າວ.
+ ປະທານ ສຸພານຸວົງ ກັບບັ້ນຮົບ 21 ມີນາ ທີ່ເມືອງທ່າແຂກ
+ ປະທານ ສຸພານຸວົງ ນັກຮັກຊາດຍອດນັກສູ່ເພື່ອມາຕຸພູມ
ຈາກນັ້ນຕ່າງກໍໄດ້ເຂົ້າ ຮ່ວມຮັບຟັງຢູ່ສະໂມສອນ ໃຫຍ່ຂອງແຂວງມູນເຊື້ອ ອັນດີງາມຂອງປະທານ ສຸ ພານຸວົງ ເຖິງຈະກຳເນີດ ຈາກເຊື້ອກະສັດແຕ່ທ່ານ ຍອມດຳລົງຊີວິດແບບລຽບ ງ່າຍຍອມເສຍສະຫລະ ເລືອດເນື້ອເພື່ອຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ທ່ານ ປະທານ ສຸພານຸ ວົງ ເປັນຜູ້ທີ່ມັກຮັກໃນການ ຄົ້ນຄວ້າຮ່ຳຮຽນໂດຍບໍ່ຮູ້ ອິດຮູ້ເມື່ອຍເປັນຜູ້ທຳອິດ ຂອງລາວທີ່ໄດ້ຮຽນຈົບ ວິຊາຂົວທາງຈາກປະ ເທດຝຣັ່ງ.
ນອກນັ້ນເພິ່ນຍັງໄດ້ຄົ້ນ ຄວ້າຮ່ວມກັບຜູ້ນຳຄົນອື່ນໆ ທັງພາຍໃນ ແລະ ບັນດາປະ ເທດເພື່ອນມິດເພື່ອຊອກຫາ ຊ່ອງທາງໃນການປົກປັກ ຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໄດ້ຢ່າງ ມີໄຊ.

