3 ປີ ຜ່ານມາ ເມືອງໄຊຍະບູລີ ມີຄອບຄົວພັດທະນາ 14.000 ກວ່າຄອບຄົວ

ກອງປະຊຸມກາງສະໄໝທີ IX ຂອງອົງຄະນະພັກເມືອງໄຊຍະບູລີ ຈັດຂຶ້ນວັນທີ 29 ທັນວາ 2022 ໂດຍເປັນປະທານ ຂອງທ່ານ  ບຸນແທນ ທີແກ້ວ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ເມືອງໄຊຍະບູລີ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2020-2022 ແລະ ທິດທາງແຜນການ ແຕ່ປີ 2023- 2024 ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ໄດ້ເປັນເອກະພາບຮັບຮອງເອົາຜົນສຳເລັດໃນການນຳພາ-ຊີ້ນຳຂອງອົງຄະນະພັກເມືອງໄຊຍະບູລີໃນ 3 ປີຜ່ານມາ ເຊິ່ງໄດ້ສຸມໃສ່ນໍາພາຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ຈຸດພິເສດຂອງເມືອງ ເຂົ້າໃນການພັດທະນາເສດຖະກິດຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 7% ຕໍ່ປີ ລວມຍອດລາຍຮັບພາຍໃນເມືອງ 2,7 ຕື້ກີບ ສະເລ່ຍໃສ່ຫົວຄົນ ໄດ້ 32,8 ລ້ານກີບ ເທົ່າ 1.930 ໂດລາສະຫະລັດຕໍ່ຄົນຕໍ່ປີ ທຽບໃສ່ມະຕິກອງປະຊຸມໃຫຍ່ ຍັງບໍ່ທັນບັນລຸ 1,6% ເອົາໃຈໃສ່ແກ້ໄຂຄວາມທຸກຍາກຕາມດຳລັດ 348/ລບ ມາຮອດປັດຈຸບັນ ບັນລຸ 15.115 ຄອບຄົວ ເທົ່າກັບ 96,50% ບ້ານພົ້ນທຸກຕາມ 8 ມາດຖານໄດ້ 75 ບ້ານເທົ່າກັບ 96,2% ຄອບຄົວພັດທະນາຕາມ 19 ຕົວຊີ້ບອກບັນລຸແລ້ວ 14.203 ຄອບຄົວ ແລະ ສ້າງບ້ານພັດທະນາຕາມມາດຕະຖານ 88 ຕົວຊີ້ບອກໄດ້ 2 ບ້ານ.