ລັດຖະມົນຕີອຸດສະຫະກຳ ແລະ ການຄ້າຢ້ຽມຢາມໂຮງໄຟຟ້າຫົງສາ

ເມື່ອທ້າຍອາທິດຜ່ານ ມາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ນາງ ເຂັມມະນີ ພົນເສນາ ໄດ້ມາຢ້ຽມຢາມໂຮງໄຟຟ້າ ພະລັງງານຄວາມຮ້ອນຫົງສາ ເມືອງຫົງສາ ແຂວງໄຊ ຍະບູລີ ໂດຍມີ ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານບໍລິສັດໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ພ້ອມຮັບ ຟັງການບັນຍາຍກ່ຽວກັບ ການບໍລິຫານຈັດການງານ ຂອງ ໂຮງໄຟຟ້າພະລັງງານ ຄວາມຮ້ອນຫົງສາ ໃນດ້ານ ຕ່າງໆເຊັ່ນ: ການປະຕິບັດ ການໂຮງໄຟຟ້າ, ການບໍລິ ຫານງານບໍ່ແຮ່, ການຄວບ ຄຸມການໃຊ້ປະລິມານຖ່ານ ຫີນລິກໄນເພື່ອຜະລິດກະແສ ໄຟຟ້າ, ການຈັດການຄວາມ ປອດໄພ ສຸຂະພາບອະນາໄມ ແລະ ສິ່ງແວດລ້ອມທີ່ມີປະ ສິດທິພາບເປັນມິດກັບຊຸມຊົນ ເມືອງຫົງສາຕະຫລອດ ເຖິງ ການພັດທະນາຊຸມຊົນ ແລະ ສັງຄົມເພື່ອຍົກລະດັບຄຸນນະພາບຊີວິດຂອງ ປະຊາຊົນໃຫ້ດີຂຶ້ນ ແລະ ມີ ລາຍໄດ້ເພີ່ມຂຶ້ນນຳໄປສູ່ ການຂະຫຍາຍຕົວທາງ ດ້ານເສດຖະກິດທີ່ດີຂຶ້ນ ຂອງເມືອງຫົງສາ ແລະ ຈາກນັ້ນໄດ້ເຂົ້າຢ້ຽມຊົມ ພາຍໃນ ບໍລິເວນໂຮງໄຟຟ້າ ແລະ ຊົມພາບໂດຍລວມ ໂຮງໄຟຟ້າທີ່ຈຸດຊົມວິວ.

 

ເມືອງຫົງສາມີຄວາມພ້ອມເປີດແຫລ່ງທ່ອງທ່ຽວລີສອດຕາດເຍືອງ

ບ້ານນາແກ່ນຄຳພາຍຫລັງຍົກຍ້າຍຈາກໂຄງການໄຟຟ້າຫົງສາ