ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຕ້ອນຮັບຄະນະຜູ້ແທນກະຊວງກະສິກຳ-ພັດທະນາຊົນນະບົດ ຫວຽດນາມ

ວັນທີ 28 ທັນວາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ເລ ມິ່ງ ຮວ້ານ ລັດຖະມົນຕີ ກະຊວງກະສິກຳ-ພັດທະນາຊົນນະບົດ ສສ ຫວຽດນາມ ພ້ອມຄະນະເຂົ້າຢ້ຽມຂ່ຳນັບ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ເລ ມິ່ງ ຮວ້ານ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໂດຍສະເພາະມາເຮັດວຽກຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ແຫ່ງສປປລາວເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງກະຊວງກະສິກຳ-ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກຳ-ພັດທະນາຊົນນະບົດ ສສ ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ເລ ມິ່ງ ຮວ້ານ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃຫ້ທ່ານນາຍົກໄດ້ຮັບຊາບ,ໂດຍສະເພາະຜົນການເຮັດວຽກຮ່ວມກັບກະຊວງກະສິກຳແລະປ່າໄມ້ ສປປ ລາວ.

