ສສກ – ເອພີຊີ ພ້ອມຈັບມືກັນ ພັດທະນາກິລາຄົນພິການລາວ

ເມື່ອວັນທີ 16 ພຶດສະພານີ້ ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ມາຈິດ ຣາເຊດ ປະທານຄະນະກຳມະການພາຣາແລມປິກແຫ່ງອາຊີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງ ສປປ ລາວ.
ໂອກາດດັ່ງກາວ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ໄດ້ກ່າວຕ້ອນຮັບ ແລະ ຂອບໃຈຕໍ່ການມາ ສປປ ລາວ ຂອງ ທ່ານ ມາຈິດ ຣາເຊດ ພ້ອມດ້ວຍຄະນະ ພ້ອມກັບຍິນດີກັບການຮັບຕຳແໜ່ງໃໝ່ຂອງທ່ານທີ່ຂຶ້ນມາເປັນປະທານຄະນະກຳມະການພາຣາແລມປິກແຫ່ງເອເຊຍ. ແຕ່ຢ່າງໃດກໍຕາມ, ກະຊວງສຶກສາທິການ ແລະ ກິລາ ຕ້ອງຂອບໃຈທາງຄະນະນຳຄະນະກຳມະການພາຣາແລມປິກແຫ່ງເອເຊຍທີ່ໃຫ້ການຊ່ວຍເຫລືອກິລາຂອງຄົນພິການລາວ ແລະ ຢາກໃຫ້ສືບຕໍ່ພັດທະນາສິ່ງເຫລົ່ານີ້ໃຫ້ດີຂຶ້ນຕໍ່ໆໄປ. ສ່ວນທາງກະຊວງສຶກສາທິການ ແລະ ກິລາ ພ້ອມຈະເຮັດທຸກຢ່າງໃຫ້ຄົນພິການທົ່ວປະເທດ ເຂົ້າເຖິງການສຶກສາ ແລະ ກິລາ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງ.
ຂະນະທີ່ທ່ານ ມາຈິດ ຣາເຊດ ກໍໄດ້ກ່າວຂອບໃຈ ແລະ ກ່າວໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ ກິລາຂອງຄົນພິການລາວ ລວມເຖິງຂົງເຂດອາຊີ ມີການພັດທະນາທີ່ດີຂຶ້ນໄປເລື້ອຍໆ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນຄູເຝິກ ແລະ ນັກກິລາຄົນພິການລາວໃນການຍົກລະດັບ ແລະ ສ້າງຜົນງານໃຫ້ກັບປະເທດໃນເວທີສາກົນ ກໍຄືລະດັບໂລກໃຫ້ໄດ້.
ສຳລັບການມາຢ້ຽມຢາມລາວຂອງປະທານຄະນະກຳມະການພາຣາແລມປິກແຫ່ງເອເຊຍ ພ້ອມດ້ວຍຄະນະໃນຄັ້ງນີ້ ແມ່ນເພື່ອລົງມາເກັບກຳຂໍ້ມູນການພັດທະນາກິລາ-ກາຍະກຳຂອງ ສປປ ລາວ ເພື່ອນຳມາຄົ້ນຄວ້າ ແລະ ພັດທະນາ ແລະ ໃຫ້ການຊ່ວຍເຫລືອໃນອານາຄົດ.

