ທູດອົດສະຕຣາລີ ຢ້ຽມຢາມແຂວງສະຫວັນນະເຂດ

ແຫລ່ງຂາວ ຂປລ ໃຫ້ ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ຈ໋ອງ ເບີນາດ ຄາຣາສໂກ ເອກ ອັກຄະລັດຖະທູດອົດສະຕຣາ ລີປະຈຳລາວຄົນໃໝ່, ໄດ້ເດີນ ທາງໄປຢ້ຽມຢາມແຂວງສະ ຫວັນນະເຂດ ແລະ ໄດ້ເຂົ້າພົບ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ເພື່ອ ສົນທະນາກ່ຽວກັບຄວາມຄືບໜ້າ ຂອງວຽກງານການພັດ ທະນາເສດຖະກິດ ແລະ ສັງຄົມ ຂອງທ້ອງຖິ່ນ.

 

+ ລັດຖະບານລາວປະດັບຫລຽນກາມິດຕະພາບໃຫ້ທູດອົດສະຕຣາລີ

+ ລັດຖະມົນຕີກະຊວງການຕ່າງປະເທດສຳ​ເລັດ​ການຢ້ຽມຢາມອົດສະຕຣາລີ

ທ່ານ ທູດກ່າວວ່າ: ອົດສະ ຕຣາລີ ແລະ ແຂວງສະຫວັນ ນະເຂດ ມີການເຊື່ອມໂຍງ ທາງດ້ານທຸລະກິດທີ່ກຳລັງ ຂະຫຍາຍຕົວ, ເປັນຄູ່ຮ່ວມ ພັດທະນາທີ່ແໜ້ນແຟ້ນ ແລະ ມີການເຊື່ອມໂຍງຢ່າງສະໜິດ ແໜ້ນ. ການລົງທຶນຂອງ ອົດສະຕຣາລີໃນ ແຂວງ ສະຫວັນນະເຂດ ກວມເອົາ ຫລາຍ ຂະແໜງການ, ນັບ ຈາກຂະແໜງກະສິກຳໄປ ຈົນເຖິງການຜະລິດ ແລະ ແຮ່ທາດ.

ໃນໂອກາດດຽວກັນ, ທ່ານ ທູດ ຍັງໄດ້ພົບປະກັບ ບັນດາຫົວໜ່ວຍທຸລະກິດ, ຢ້ຽມຊົມເຂດເສດຖະກິດພິ ເສດ ສະຫວັນເຊໂນ ແລະ ວຽກງານ ການສຶກສາ ທີ່ອົດ ສະຕຣາລີໃຫ້ການສະໜັບ ສະໜູນ, ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະ ຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນ ຖານ ໃນສປປ ລາວ ຢູ່ແຂວງ ສະຫວັນນະເຂດ. ນອກ ຈາກ ນີ້, ທ່ານທູດ ໄດ້ເຂົ້າຮ່ວມ ເປັນປະທານໃນພິທີ ມອບ- ຮັບຫໍພັກ ແລະ ຫ້ອງນ້ຳ ນັກຮຽນວິທະຍາໄລຄູ ແຂວງ ສະຫວັນນະເຂດ ແລະ ໄດ້ ຮ່ວມກັບຄະນະດັ່ງກ່າວ, ເປັນປະທານເປີດໂຄງການກໍ່ ສ້າງໂຮງຮຽນປະຖົມຢູ່ ແຂວງ ສະຫວັນນະເຂດທີ່, ເມືອງພະ ລານໄຊ, ການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຈຳນວນ 69 ແຫ່ງ ໃນແຂວງສະຫວັນ ນະເຂດ, ເຊິ່ງຄິດເປັນມູນຄ່າ ຫລາຍ ກວ່າ 2 ລ້ານໂດລາອົດ ສະຕຣາລີ ແລະ ສະໜັບສະ ໜູນທຶນການສຶກສາໃຫ້ນັກ ຮຽນຄູຂອງໃນແຂວງ ຈຳ ນວນ 123 ຄົນ, ເພື່ອໃຫ້ເປັນ ຄູໃນເຂດຫ່າງໄກສອກ ຫລີກ ຫລັງຈາກຮຽນຈົບ./.