ຕັດສິນລົງໂທດປະຫານຊີວິດ 4 ຈໍາເລີຍ ຂໍ້ຫາຂົນສົ່ງເຮໂຣອິນ ແລະ ຢາໄອສ໌.

 ວັນທີ 1 ກັນຍາ 2023 ຜ່ານມານີ້ ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ຄົ້ນຄວ້າພິຈາລະນາລົງໂທດ 4 ຈໍາເລີຍ ຊື່: ທ້າວ ຟົງວາ ອາຍຸ 35 ປີ, ສັນຊາດລາວ ອາຊີບ ປະຊາຊົນ, ຢູ່ບ້ານ ສາລາ ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວ (ຈໍາເລີຍ1), ຖືກກັກຕົວ ວັນທີ 02 ພະຈິກ 2020;

ທ້າວ ເອ່ຍວາ ອາຍຸ 24 ປີ, ສັນຊາດລາວ, ອາຊີບ ປະຊາຊົນ ຢູ່ບ້ານ ຫ້ວຍເງິນ, ເມືອງຄອບ, ແຂວງໄຊຍະບູລີ(ຈໍາເລີຍ2), ຖືກກັກຕົວ ວັນ ທີ 03 ພະຈິກ 2020; ທ້າວ ບຸນມີວາ ອາຍຸ 27 ປີ ສັນຊາດລາວ, ອາຊີບ ຫວ່າງງານ ຢູ່ບ້ານ ຈອມຈຸກ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ (ຈໍາເລີຍ3) ແລະ ທ້າວ ຈາວາ ຫຼື ເຮີວາ ອາຍຸ 19 ປີ, ສັນຊາດລາວ, ອາຊີບ ຫວ່າງງານ ຢູ່ບ້ານ ຫ້ວຍສະລາ, ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວ (ຈໍາເລີຍ4), ທັງສອງຈໍາເລີຍທີ3ແລະທີ4 ຖືກກັບຕົວ ວັນທີ 03 ພະຈິກ 2020, ຈຳເລີຍທັງ4ຄົນຖືກຕັດສິນໃນ ຂໍ້ຫາ ຂົນສົ່ງ ເຮໂຣອິນ ຈໍານວນ 04 ເປົາ, ມີ 400 ແທ່ງ, ນ້ຳໜັກ 152 ກິໂລກຣາມ ແລະ ຢາໄອສ໌(Ice) ຈໍານວນ 10 ເປົາມີ 400 ຫໍ່, ນໍ້າໜັກ 400 ກິໂລກຣາມ ພ້ອມອາວຸດປືນ.
ຜ່ານການສືບສວນ-ສອບສວນຜູ້ຖືກຫາທັງ 4 ຄົນໄດ້ໃຫ້ການຮັບສະລະພາບວ່າ: ເຄື່ອງຂອງກາງຢາເສບຕິດ ແລະ ພາຫະນະຮັບໃຊ້ຂົນສົ່ງຢາເສບຕິດຈໍານວນດັ່ງກ່າວແມ່ນຂອງພວກຕົນແທ້ ຜ່ານການສັງລວມຂໍ້ມູນຫຼັກຖານຢ່າງລະອຽດຄົບຖ້ວນ ແລະ ພາວະວິໄສບວກກັບຄຳສາລະພາບຂອງຈຳເລີຍສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊພິຈາລະນາລົງໂທດ ປະຫານຊີວິດ ທັງ 4ຄົນ.

ພ້ອມທັງໄດ້ຮິບພາຫະນະລົດກະບະຈໍານວນ 4 ຄັນ, ລົດຈັກ 1 ຄັນ, ປືນສັ້ນ 9 ມມ ຈໍານວນ 1 ກະບອກ ພ້ອມດ້ວຍລູກປືນ ຈໍານວນ 27 ລູກ ມາເປັນຂອງລັດ ແລະ ຮິບເງິນບາດ ຈໍານວນ 5.000 ບາດ, ສາຍຄໍຄໍາ ລາຍຮວງເຂົ້າ ຫນຶ່ງເສັ້ນ ນໍ້າຫນັກ 15 ກຣາມ, ໂທລະສັບ ມືຖື ຍີ່ຫໍ້ ຢູນີເທວ (Unitel) ຈໍານວນ 02 ເຄື່ອງ ແລະ ມືຖື ຍີ່ຫໍ້ ອ໋ອບໂປ (OPPO) ສີດໍາ 1 ເຄື່ອງ, ຮົວເວີຍ (HUAWEI) ສີດໍາ 1 ເຄື່ອງ ທີ່ມີສ່ວນພົວພັນກັບລາຍຄະດີ ມາເປັນຂອງລັດ;

ສ່ວນເຮໂຣອິນ ຈໍານວນ 4 ເປົາ ມີ 400 ເເທ່ງ ນໍ້າຫນັກ 152 ກິໂລກຣາມ ແລະ ຢາໄອສ໌ (Ice) ຈໍານວນ 41 ເປົາ ມີ 1.604 ຫໍ່ ນໍ້າຫນັກ 1.604 ກິໂລກຣາມ ຂອງພວກຈໍາເລີຍເຈົ້າໜ້າທີ່ໄດ້ນຳມາທໍາລາຍຖິ້ມ.