ດີວິຊັນ 1 ຈະຈັດທ້າຍເດືອນເມສາ 2018 ຄາດວ່າຈະມີຫລາຍສະໂມສອນເຂົ້າຮ່ວມ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະກາດໃຫ້ບັນດາສະໂມສອນຕ່າງໆທົ່ວປະເທດຝຶກຊ້ອມ ເພື່ອກຽມຄວາມພ້ອມເຂົ້າຮ່ວມເປີດແຂ່ງຂັນເຕະບານສາຍ ກ (ດີວີຊັນ 1 ) ໃນທ້າຍເດືອນ ເມສາ 2018 ຂະນະທີ່ ຄະນະຈັດການແຂ່ງຂັນຄາດວ່າຈະມີສະໂມສອນເຂົ້າຮ່ວມຫລາຍກວ່າປີຜ່ານມາ.
ທ່ານ ວັດທະນະ ແກ້ວມີໄຊ ຄະນະຈັດການແຂ່ງຂັນເຕະບານສາຍ ກ ຫລື ດີວີຊັນ 1 ໃຫ້ສຳພາດວ່າ: ສະຫະພັນບານເຕະແຫ່ງຊາດລາວ ມີຄວາມຍິນດີແຈ້ງມາຍັງບັນດາສະໂມສອນບານເຕະ ລະດັບ ກໍ ( DIVISION 1 ) ໃຫ້ຊາບທົ່ວເຖິງກັນວ່າ ເພື່ອເປັນການພັດທະນາກິລາບານເຕະຂອງລາວ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງພ້ອມທັງປະຕິບັດຕາມ ການແຂ່ງຂັນປະຈຳປີ 2018 ໃຫ້ທັນກັບເວລາ, ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ເປີດການແຂ່ງຂັນບານເຕະ ສາຍ ກໍ ( DIVISION 1 ) ໂດຍຄາດຄະເນວ່າຈະເປີດການແຂ່ງຂັນພາຍໃນທ້າຍ ເດືອນ ເມສາ ( 04 ) 2018 ນີ້. ສ່ວນຂໍ້ມູນທີ່ເປັນເອກະສານຕ່າງໆຂອງການແຂ່ງຂັນດັ່ງກ່າວ ໃຫ້ຕົວແທນຂອງ ສະໂມສອນ ມາພົວພັນເອົານຳພະແນກຈັດການແຂ່ງຂັນ ສຕລ ໂດຍມີລາຍລະອຽດດັ່ງລຸ່ມນີ້ ໃບແຈ້ງຕອບຮັບ ເຂົ້າຮ່ວມການແຂ່ງຂັນ ໂດຍຕ້ອງເຊັນ ແລະ ປະທັບກາໃຫ້ຄົບຖ້ວນ ແລ້ວນຳສົ່ງໃຫ້ພະແນກຈັດການແຂ່ງຂັນ ສຕລ ພາຍໃນວັນທີ 21 ມີນາ ຂະນະທີ່ໄລຍະການລົງທະບຽນຄະນະນຳ ແລະ ນັກກິລາຂອງທີມ ໃຫ້ສົ່ງເຖິງພະແນກຈັດການແຂ່ງຂັນ ສຕລ ພາຍໃນວັນທີ 5 ເມສາ 2018 ແລະ ກຳນົດປິດຮັບສະຫມັກ ວັນທີ 5 ເມສາ 2018
ດັ່ງນັ້ນ, ຈຶ່ງຖືເປັນກຽດແຈ້ງມາຍັງບັນດາສະໂມສອນບານເຕະທີ່ມີຄວາມສົນໃຈເຂົ້າຮ່ວມການແຂ່ງຂັນ ລະດັບ ກໍ ( DIVISION 1 ) ຮັບຊາບ ໂດຍເປີດຮັບສະຫມັກນັບຕັ້ງແຕ່ມື້ອອກແຈ້ງການເປັນຕົ້ນໄປ.

