ຜູ້ນຳປາແລັສຕິນຍ່າງອອກຈາກ ກອງປະຊຸມສະພາຄວາມໝັ້ນຄົງ ສປຊ

ປະທານາທິບໍດີປາແລັສຕິນ ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະເໜີການໃຊ້ກົນໄກລະຫວ່າງປະເທດແບບພະຫຸພາຄີ ເພື່ອປະສິດທິພາບຂອງການສ້າງສັນຕິພາບກັບອິດສະລາແອນ ກ່ອນລຸກອອກຈາກກອງປະຊຸມທັນທີ.
WATCH: Israel Amb. Danon accuses Palestinian Pres. Abbas of "running away" after Abbas departs moments after giving his speech at the UN Security Council. pic.twitter.com/LpYAcHosEr
— NBC News World (@NBCNewsWorld) February 20, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 21 ກຸມພາວ່າ: ປະທານາທິບໍດີ ມາມຸດ ອັບບັດ ກ່າວຖະແຫລງຕໍ່ກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໃນວັນທີ 20 ກຸມພາ ສະເໜີໃຫ້ມີການຈັດກອງປະຊຸມສັນຕິພາບລະຫວ່າງປະເທດພາຍໃນກາງປີນີ້ ເຊິ່ງຈະເປັນກົນໄກແບບພະຫຸພາຄີ ເພື່ອປູທາງສູ່ການຮື້ຟື້ນການເຈລະຈາສັນຕິພາບລະຫວ່າງປາແລັສຕິນກັບອິດສະລາແອນ ເຊິ່ງຢຸດສະງັກນັບແຕ່ປີ 2014 ແລະ ຕັ້ງຄຳຖາມກ່ຽວກັບ “ຄວາມຈິງໃຈ” ຂອງອາເມລິກາທີ່ມີຕໍ່ແນວທາງສອງລັດ ເພື່ອແກ້ໄຂຄວາມຂັດແຍ່ງລະຫວ່າງປາແລັສຕິນກັບອິດສະລາແອນ, ພ້ອມທັງປະນາມການທີ່ລັດຖະບານວໍຊິງຕັນຕັດເງິນສະໜັບສະໜູນດຳເນີນງານຂອງສຳນັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາຊາດສຳລັບຜູ້ລີ້ໄພປາແລັສຕິນໃນຕາເວັນອອກໃກ້ (UNRWA) ທັງທີ່ເປັນໜ່ວຍງານທີ່ອາເມລິກາຮ່ວມສ້າງຕັ້ງ.
ຂະນະດຽວກັນ, ທ່ານ ອັບບັດ ກ່າວເນັ້ນການເດີນໜ້າຄວາມພະຍາຍາມທາງການທູດຂອງປາແລັສຕິນ ເພື່ອໃຫ້ໄດ້ຮັບການຍອມຮັບຈາກສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ໃນຖານະລັດສະມາຊິກ ຫລັງໄດ້ຮັບການຍອມຮັບຈາກ UNGA ໃນຖານະລັດຜູ້ສັງເກດການທີ່ບໍ່ແມ່ນສະມາຊິກ ໃນເດືອນພະຈິກ 2012 ເຊິ່ງເປັນສະຖານະທີ່ທຽບເທົ່ານະຄອນລັດວາຕິກັນ ແລະ ກ່າວວ່າ: ນັບແຕ່ປີ 1948 ເປັນຕົ້ນມາ, UNSC ຜ່ານມະຕິສະໜັບສະໜູນປາແລັສຕິນແລ້ວ 86 ສະບັບ, ແຕ່ບໍ່ເຄີຍມີການຍົກເອົາຄຳສັ່ງຈາກມະຕິໃດກໍຕາມມາດຳເນີນການພຽງແຕ່ຄັ້ງດຽວ ແລະ ໃຫ້ເຫດຜົນວ່ານັ້ນເປັນເພາະມີການສະໜັບສະໜູນໃຫ້ອິດສະລາແອນ “ເປັນລັດເໜືອກົດໝາຍ”. ຖືເປັນເທື່ອທຳອິດນັບແຕ່ປີ 2009 ທີ່ຜູ້ນຳປາແລັສຕິນກ່າວຖະແຫລງຕໍ່ກອງປະຊຸມ UNSC. ເຖິງຢ່າງໃດກໍຕາມ, ທ່ານ ອັບບັດ ລຸກອອກຈາກຫ້ອງປະຊຸມທັນທີທີ່ສຳເລັດການຖະແຫລງຂອງຕົນ.

