ແຜ່ນກາວຕິດໜັງ ວັດແທກອຸນຫະພູມຮ່າງກາຍເພື່ອຊອກຫາເຊື້ອໄວຣັສໂຄວິດ-19

ໂດຍ: ລູກເມືອງພວນ

ກຸ່ມບໍລິສັດເທັກໂນໂລຢີ ຂອງສະຫະລັດອາເມລິກາ ໄດ້ຄົ້ນຄວ້າ ແລະ ພັດທະນາແຜ່ນກາວຕິດໜັງ ວັດແທກອຸນຫະພູມຮ່າງກາຍ ເພື່ອຊອກຫາເຊື້ອໄວຣັສໂຄວິດ-19.

ແຜ່ນກາວດັ່ງກ່າວ ຖືກອອກແບບມາເປັນພິເສດດ້ວຍແຜ່ນຊີບຈາກໂຮງງານຜະລິດຊີບແຫ່ງໜຶ່ງໃນລັດ Minnesota.

ແຜ່ນກາວຈະຖືກຕິດເຂົ້າກັບໜັງຄົນ ແລະ ຕໍ່ໃສ່ສະມາດໂຟນໂດຍສັນຍານອີເລັກໂຕຣນິກ ເພື່ອຕິດຕາມອຸນຫະພູມຂອງຮ່າງກາຍຂອງຜູ້ທີ່ນຳໃຊ້ມັນ.

ບັນດາບໍລິສັດດັ່ງກ່າວມີແຜນຈະນຳໃຊ້ປັນຍາປະດິດ ເພື່ອວິເຄາະສັນຍານເຕືອນຈາກການໄອ ເພື່ອຊອກຫາເຊື້ອພະຍາດໂຄວິດ-19.

ຜົນໄດ້ຮັບຈາກການວິເຄາະ ຈະຖືກນຳເຂົ້າສູ່ລະບົບເຊັນເຊີ່ ເພື່ອຊອກຫາເຊື້ອໄວຣັສ ເພື່ອສະກັດກັ້ນການແຜ່ລະບາດໃຫ້ຊ້າລົງ.

ບັນດານັກຊ່ຽວຊານມີຄວາມຫວັງວ່າ ແຜ່ນກາວດັ່ງກ່າວຈະຖືກຜະຢ່າງກວ້າງຂວາງໃນບໍ່ດົນນີ້ເພື່ອຮັບໃຊ້ສັງຄົມ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ