ມະໂນລົມ ມີຂ່າວຈະຍ້າຍໄປຮ່ວມໄທລີກອີກຄັ້ງ

ຕາມການລາຍງານຂອງ ຂ່າວຂອງເວັບໄຊ http://ww w.thailive.net ໄດ້ລາຍງານໃນ ວັນທີ 17/04/2017 ວ່າ ກາລາ ສິນ F.C ທີມຈາກລີກ ໄທລີກ 3 ມີຄວາມສົນໃຈໃນການດຶງ ມະ ໂນລົມ ພົມສຸວັນ ແບັກຈອມບຸກ ຂອງ ວຽງຈັນ ຢູໄນເຕັດ. ໂດຍ ອ້າງການເປີດເຜີຍຂອງຫົວໜ້າຄູຝຶກ ກາລາສິນ F.C ທ່ານ ສຸພະ ກິດ ສຸວັນນະໂຊດ ທີ່ກ່າວວ່າ ເບື້ອງຕົ້ນໄດ້ມີການໂອ້ລົມກັນ ເປັນສ່ວນຕົວກັບ ມະໂນລົມ ເພາະ ທີ່ຜ່ານມາກໍເຄີຍຮ່ວມທີມກັນໃນ ເວລາທີ່ຢູ່ທີມ ໜອງຄາຍ F.C ລະຫວ່າງລະດູການ 2011-2013. ສ່ວນເລື່ອງຄ່າຕົວອາດ ຈະບໍ່ຫຼາຍເທົ່າກັບຕອນທີ່ ມະໂນ ລົມ ຫຼິ້ນໃຫ້ກັບ ລ້ານຊ້າງ ຢູໄນ ເຕັດ ແລະ ໄດ້ຂໍໃຫ້ ມະໂນລົມ ຫຼຸດຄ່າໂຕລົງ ແລະ ມະໂນລົມ ກໍໄດ້ຕອບຕົກລົງ ແລະ ໝັ້ນໃຈວ່າ ໃນ leg 2 ຈະໄດ້ ມະໂນລົມ ພົມສຸວັນ ໄປຮ່ວມທີມຢ່າງແນ່ ນອນ.

ຂ່າວຈາກ:laosportnews.com.