ນັກເຕະທີມຊາກປານາມາ ຖືກຄົນຮ້າຍຍິງເສຍຊີວິດ
ເກີດເຫດເສົ້າໃນວົງການ ບານເຕະ ເມື່ອ ອັລມິກາ ເຣນຣິ ເກດ ນັກເຕະກອງກາງຕົວຮັບ ຂອງ ທີມຊາດປານາມາ ອາຍຸ 33 ປີ ຖືກຄົນຮ້າຍຍິງເສຍຊີວິດ ບໍລິເວນໃກ້ກັບບ້ານພັກໃນເມືອງ ໂຄລອນ ໃນໄລຍະເຊົ້າຂອງວັນທີ 15 ເມສາຜ່ານມາ ໃນຂະນະທີ່ໝູ່ 2 ຄົນ ຄື ໂຮເຊມາ ເປໂດຣ ແລະ ເດລາໂນ ວິລສັນ ຖືກນຳຕົວເຂົ້າ ຮັບການຮັກສາອາການບາດເຈັບທີ່ໂຣງໝໍ ໂດຍຜູ້ເຫັນເຫດການ ເລົ່າວ່າມີລົດສີແດງເຂົ້າມາຈອດບໍ່ຫ່າງຈາກ ເຮນຣິເກດ ກ່ອນທີ່ມື ປືນລົງມາສາດລູກປືນຫຼາຍນັດ.
ຮວນ ຄາລອສ ບາເລຣາ ປະທານາທິບໍດີປານາມາ ກ່າວ ໂຈມຕີຄົນຮ້າຍຜ່ານທາງທະວິດ ເຕີສ່ວນຕົວ ພ້ອມທັງປະກາດຈັບ ຄົນຜິດມາລົງໂທດໃຫ້ໄດ້ ສ່ວນ ສະມາຄົມບານເຕະປານາມາ ຖະ ແຫຼງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນກັບມາ ຂອງ ເຮນຣິເກດ ພ້ອມລະບຸວ່າ: “ຂໍໃຫ້ພະເຈົ້າຄຸມຄອງດວງວິນ ຍານຂອງເຈົ້າ”.
ເຮນຣິເກດ ເປັນນັກເຕະໃນ ສັງກັດ ອາຣາເບ ຢູນິໂຕ ທີມໃນ ລີກປານາມາ ແລະ ຫາກໍລົງຫຼິ້ນ ໃຫ້ ທີມຊາດປານາມາ ຫຼ້າສຸດສະ ເໝີກັບ ສະຫະລັດ 1-1 ໃນການ ແຂ່ງຂັນບານໂລກ 2018 ຮອບ ຄັດເລືອກເຂດຄອນຄາເຄຟ ໃນ ເດືອນມີນາຜ່ານມາ ເຊິ່ງ ປານາ ມາ ຍັງຢູ່ອັນດັບ 3 ມີຢູ່ 5 ຄະແນນ ຈາກ 4 ນັດ.

