2 ທີມໃນນະຄອນລອນດອນ ກຽມເປີດເສິກຍາດ ເຊນ ແມັກຊີແມັງ

ສຳນັກຂ່າວ ແອດເລຕິກ ລາຍງານວ່າ : ເຊລຊີ ສະໂມສອນຈາກພຣີເມຍ ລີກ ອັງກິດ ພວມສົນໃຈທີ່ຈະຄວ້າ ອັລລັນ ເຊນ ແມັກຊີແມັງ ກອງຫນ້າຂອງ ນິວຄາສເຊິລ ໄປຮ່ວມທີມ.
ລາຍງານລະບຸວ່າ : ເຊລຊີ ໄດ້ເລີ່ມເຮັດການຕິດຕໍ່ໄປຍັງ ນິວຄາສເຊິລ ກ່ຽວກັບຄວາມເປັນໄປໄດ້ທີ່ຈະຊື້ ເຊນ ແມັກຊີແມັງ ມາເສີມທີມໃນຖິ່ນສະແຕມຟອດ ບຣິດ.
ທັງນີ້ ມີການເປີດເຜີຍວ່ານອກຈາກ ເຊລຊີແລ້ວ ຍັງມີ ສະເປີ ທີມຮ່ວມນະຄອນຫລວງລອນດອນ ທີ່ຢາກໄດ້ກອງ ຫນ້າລາຍນີ້ໄປຮ່ວມທີມເຊ່ັນດຽວກັນ ແຕ່ຍັງບໍ່ມີທີມໃດທີ່ຢາກຈະຈ່າຍເງິນຈຳນວນ 40 ລ້ານປອນ ເຊິ່ງເປັນ ລາຄາທີ່ນິວຄາສເຊິລຕັ້ງເອົາໄວ້.
ແນວໃດກໍຕາມ ເຊລຊີ ກຽມທີ່ຈະເຮັດການເຈລະຈາເພື່ອຂໍຫລຸດຄ່າຕົວ ເພື່ອຄວ້ານັກເຕະ ຫລັງ ໂທມັສ ທູເຄິລ ຜູ້ຈັດການທີມຂອງພວກເຂົາຍັງຕ້ອງການທີ່ຈະເພີ່ມຕົວເລືອກໃນແດນຫນ້າໃຫ້ກັບທີມ.

