ຈາກາຕາອົບພະຍົບ 6,5 ພັນຄົນ ນ້ຳລົ້ນອ່າງເກັບໄຫລຖ້ວມເຮືອນ

ຄົນອິນໂດເນເຊຍໃນນະຄອນຫລວງຈາກາຕາປະມານ 6.500 ຄົນຕ້ອງອົບພະຍົບເພາະນ້ຳຖ້ວມກະທັນຫັນ ເຊິ່ງເປັນຜົນມາຈາກການລະບາຍນ້ຳອອກຈາກອ່າງເກັບທີ່ຢູ່ຮອບນອກ ແລະ ຮອງຮັບນ້ຳເຖິງຂີດຈຳກັດແລ້ວ.
Flood warning for Jakarta follows downpour in Bogor https://t.co/eDMIfSnvXU
— The Jakarta Post (@jakpost) February 5, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 6 ກຸມພາວ່າ: ທ່ານ ອານີສ ບາສເວດານ ເຈົ້າຄອງນະຄອນຫລວງຈາກາຕາ ກ່າວວ່າ: ເຈົ້າໜ້າທີ່ເທສະບານອົບພະຍົບປະຊາຊົນປະມານ 6.500 ຄົນ ໃນພື້ນທີ່ບາງເຂດທາງຕອນໃຕ້ ແລະ ທາງຕາເວັນອອກຂອງນະຄອນຫລວງຈາກາຕາ ເນື່ອງຈາກສະພາບນ້ຳຖ້ວມກະທັນຫັນ ແລະ ລະດັບນ້ຳຍັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນຜົນມາຈາກຄວາມຈຳເປັນຕ້ອງເປີດປະຕູລະບາຍນ້ຳອອກຈາກອ່າງເກັບນ້ຳໃນເມືອງໂບກໍ ທີ່ຕັ້ງຢູ່ທາງຕອນໃຕ້ຂອງເມືອງຫລວງ ແລະ ຮອງຮັບນ້ຳຈົນເຖິງຂີດສຸດແລ້ວ.

