ຫວຽດນາມ​ຈະ​ປະກາດ​ນຳ​ໃຊ້​ຕຳລາ​ຮຽນ​ໃໝ່​ໃນ​ເດືອນ​ພະຈິກ​ນີ້

ຮຽບຮຽງໂດຍ: ລູກເມືອງພວນ

ປະລິນຍາເອກທາຍວັນຕາຍຫົວໜ້າກົມປະຖົມສຶກສາກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມໃຫ້ຮູ້ວ່າ: ປັດຈຸບັນກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ໄດ້ຮັບຕຳລາຮຽນແບບໃໝ່ ຈາກຄະນະກຳມະການກວດກາຕຳລາຮຽນແຫ່ງຊາດ ເຊິ່ງມີຕຳລາແບບຮຽນຫ້ອງ ປ1 ທີ່ໄດ້ຜ່ານການກວດກາແລ້ວ ແລະ ຄົບທຸກວິຊາຮຽນໃນຫ້ອງປ1.

ຕຳລາໃໝ່ນີ້ມີລັກສະນະກົດໝາຍສູງ ເຊິ່ງພົວພັນ ເຖິງຫຼາຍກົດໝາຍດ້ວຍກັນເຊັ່ນ: ກົດໝາຍການສຶກສາ, ກົດໝາຍການພິມຈຳໜ່າຍ, ກົດໝາຍລິຂະສິດຊັບສິນທາງປັນຍາ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງກຳລັງກວດກາເບິ່ງຄວາມຖືກຕ້ອງ ຂອງຕຳລາແບບໃໝ່ດັ່ງກ່າວຢູ່.

ຍ້ອນເຫດຜົນດັ່ງກ່າວ, ຈຶ່ງຈຳເປັນຕ້ອງໄດ້ໃຊ້ເວ ລາອີກຊົ່ວໄລຍະໜຶ່ງເພື່ອກວດກາຄືນຄວາມຖືກຕ້ອງຂອງຕຳລານີ້ກ່ອນຈະນຳ ສະເໜີຕໍ່ລັດຖະມົນຕີກະຊວງສຶກສາເພື່ອລົງລາຍເຊັນຢ່າງເປັນທາງການ ແລະ ປະກາດນຳໃຊ້ໃນ ເດືອນພະຈິກນີ້./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ