ໂຮງງານປຸງແຕ່ງຜະລິດຕະພັນໄມ້ຕ້ອງປັບປຸງຕົນເອງໃຫ້ສອດຄ່ອງຕາມຄໍາສັ່ງ 15/ນຍ

ພາຍຫລັງມີຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸ ລະກິດໄມ້ ອອກມາເມື່ອວັນທີ 13 ພຶດສະພາ 2016 ກໍເຫັນວ່າສົ່ງຜົນສະທ້ອນໂດຍກົງຕໍ່ການສົ່ງອອກຜະລິດຕະພັນໄມ້ໃນທົ່ວປະເທດ, ຂະນະດຽວກັນໄດ້ມີໂຮງເລື່ອຍ, ໂຮງງານເຟີນີເຈີຫລາຍແຫ່ງແມ່ນຖືກສັ່ງປິດຍ້ອນເຄື່ອນໄຫວບໍ່ຖືກຕ້ອງບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຂັດກັບຄໍາສັ່ງດັ່ງກ່າວ, ເພາະລັດຖະບານເຫັນວ່າຍັງບໍ່ທັນສ້າງມູນຄ່າເພີ່ມທີ່ແທ້ຈິງ, ເປັນພຽງການສວຍໂອກາດຂອງນັກທຸລະກິດບາງກຸ່ມຄົນເພື່ອຜົນປະໂຫຍດສ່ວນຕົວເປັນສ່ວນໃຫຍ່.
ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກ່າວວ່າ: ໄມ້ເປັນຊັບພະຍາກອນລວມຂອງປະເທດຊາດ ແລະ ກຳລັງນັບມື້ບົກແຫ້ງຈາກທຸລະກິດທີ່ຫາຜົນກຳໄລສ່ວນຕົວ, ເຖິງແມ່ນວ່າລັດຖະບານຈະມີຄຳສັ່ງ 17/ນຍ, 15/ນຍ ແລະ ຂໍ້ຕົກລົງ 1833/ອຄ ຫລື 0002/ອຄ ແລະ ອື່ນໆອອກມາ ເພື່ອສະກັດກັ້ນການທໍາລາຍທໍາມະຊາດ ແລະ ບຸກລຸກປ່າໄມ້, ແຕ່ກໍປາກົດເຫັນວ່າໄມ້ທີ່ລັດບໍ່ອະນຸຍາດໃຫ້ສົ່ງອອກ, ກໍຍັງສາມາດຜ່ານອອກໄດ້ຢູ່ບາງດ່ານຍ້ອນເຈົ້າໜ້າທີ່ໃຫ້ການຮ່ວມມື, ເຮັດໃຫ້ປະເທດຊາດເສຍຜົນປະໂຫຍດຢ່າງຫລວງຫລາຍ. ນອກນີ້, ຜະລິດຕະພັນໄມ້ທີ່ສົ່ງອອກກໍຍັງບໍ່ທັນແມ່ນຜະລິດຕະພັນທີ່ສ້າງມູນຄ່າເພີ່ມທີ່ແທ້ຈິງ ແລະ ບາງໂຮງງານນຳໃຊ້ໄມ້ຂະໜາດໃຫຍ່ແລ້ວປັບເສີມເຕີມແຕ່ງໜ້ອຍດຽວກໍຖືວ່າເປັນຜະລິດຕະພັນເພື່ອສົ່ງອອກ, ປາກົດການລັກສະນະນີ້ຖືວ່າເປັນການສວຍໂອກາດ, ແທນທີ່ຈະໄດ້ຮັບການປຸງແຕ່ງໃຫ້ຫລາກຫລາຍເພື່ອສ້າງມູນຄ່າຂອງໄມ້ ຫລື ຜະລິດຕະພັນໃຫ້ເພີ່ມຂື້ນກວ່າເກົ່າ. ສະນັ້ນໃນຜ່ານມາ, ລາຍຮັບຈາກການສົ່ງອອກຜະລິດຕະພັນໄມ້ມີພຽງແຕ່ 5-6 ລ້ານໂດລາສະຫະລັດຕໍ່ປີ, ເຊິ່ງແຕກຕ່າງຈາກການສົ່ງອອກຜະລິດຕະພັນໄມ້ຂອງ ສສ ຫວຽດນາມ ທີ່ມີມູນຄ່າສູງເຖິງ 6 ຕື້ໂດລາສະຫະລັດຕໍ່ປີ, ໂດຍວັດຖຸດິບສ່ວນໃຫຍ່ແມ່ນນຳເຂົ້າຈາກລາວ.
ທ່ານຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ ກ່າວວ່າ: ມີບາງໂຮງງານກໍບໍ່ມີຄວາມສັດຊື່ຈິງໃຈຕໍ່ລັດ ຕົວຢ່າງ: ສີນຄ້າຕົວຈິງມີ 30 ໂຕນ, ແຕ່ແຈ້ງອອກ 20 ໂຕນ ແລະ ບາງຄັ້ງມີການຊຸກເຊື່ອງໄມ້ເປັນຕັບເປັນທ່ອນ ຍ້ອນການຮູ້ເຫັນເປັນໃຈຂອງເຈົ້າທີ່ກ່ຽວຂ້ອງໃນເວລາໄປກວດກາໜີບກິບ ຫລື ອື່ນໆ, ອັນໄດ້ເຮັດໃຫ້ລັດເສຍຜົນປະໂຫຍດຫລວງຫລາຍ. ສ່ວນໂຮງງານໃດທີ່ປະຕິບັດຕາມລະບຽບກົດໝາຍແທ້ຈິງກໍຄວນໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງຈາກພາກລັດ.
ຍ້ອນບັນຫານີ້, ລັດຖະບານຈຶ່ງອອກຄຳສັ່ງເລກທີ 15/ນຍ ເພື່ອບັງຄັບໃຫ້ຜູ້ປະກອບການໂຮງງານປຸງແຕ່ງໄມ້ທົ່ວປະເທດຫັນປ່ຽນຮູບແບບການຜະລິດໄປຕາມຂອບກຳນົດຄື: ສ້າງຜະລິດຕະພັນຕາມລາຍການໄມ້ທີ່ລັດອະນຸຍາດສົ່ງອອກໄດ້ ແລະ ຖ້າບໍ່ຫັນປ່ຽນກໍຈະສົ່ງຜົນກະທົບຕໍ່ຜູ້ປະກອບການເອງ, ພ້ອມທັງເນັ້ນໃຫ້ຫັນສູ່ຂະບວນການຜະລິດຈາກໄມ້ປູກເປັນຫລັກ, ທັງໄດ້ຮັບບູລິມະສິດພິເສດກວ່າໄມ້ຈາກທຳມະຊາດ, ເພາະເປັນການຮັກສາຄວາມຍືນຍົງຂອງປ່າໄມ້.
ແນວໃດກໍຕາມ, ສຳລັບຜະລິດຕະພັນໄມ້ທຳມະຊາດທີ່ຈະເຂົ້າໄປຕະຫລາດເອີຣົບ ຍັງຈະພົບອຸປະສັກຫລາຍຢ່າງ, ເນື່ອງຈາກຕ້ອງໄດ້ແຈ້ງແຫລ່ງກຳເນີດສິນຄ້າ, ເພາະວ່າຕະຫລາດເອີຣົບເຂົາຈະຊົມໃຊ້ແຕ່ຜະລິດຕະພັນເຟີນີເຈີທີ່ເຮັດມາຈາກໄມ້ປູກເທົ່ານັ້ນ. ປັດຈຸບັນມີພຽງຕະຫລາດອາຊີ ແລະ ອາຊຽນເທົ່ານັ້ນ ທີ່ຍັງໃຫ້ຄວາມສົນໃຈຊົມໃຊ້ໄມ້ຈາກທຳມະຊາດ ແລະ ພວມມີການຫັນປ່ຽນມາຊົມໃຊ້ຜະລິດຕະພັນໄມ້ປູກເຊັ່ນດຽວກັນ.

