ເມືອງສະໜາມໄຊ ລົງວິໄນພະນັກງານ 3 ຄົນ ພ້ອມທັງລົບຊື່ອອກລັດຖະກອນ 1 ຄົນ

ຂ່າວແຂວງອັດຕະປືລາຍງານວ່າ: ວັນທີ 19 ສິງຫາ 2025 ນີ້ ເມືອງ ສະໜາມໄຊ ປະກາດລົງວິໄນພະນັກງານລັດຖະກອນ 3 ຄົນ ໂດຍການເປັຮປະທານຂອງ ສະຫາຍ ສັນຕິໄຊ ສີລືໄຊ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ນ. ສ້ອຍມະນີ ໝື່ນຕັນ ຮອງຫົວໜ້າຫ້ອງການພາຍເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 227/ຄປພມ, ລົງວັນທີ 19 ສິງຫາ 2025 ວ່າດ້ວຍການລົງວິໄນຕໍ່ສະມາຊິກພັກສົມບູນທີ່ກະທຳຜິດຕໍ່ກົດລະບຽບພັກປະຊາຊົນປະຕິວັດລາວ (ເອົາອອກຈາກພັກ) ແລະ ຂໍ້ຕົກລົງເຈົ້າເມືອງ ສະບັບເລກທີ 465/ຈມ.ສຊ, ລົງວັນທີ 5 ສິງຫາ 2025 ວ່າດ້ວຍການປົດຕຳແໜ່ງບໍລິຫານຂອງພະນັກງານລັດຖະກອນຜູ້ທີ່ຖືກກະທຳຜິດວິໄນ, ລົງວິໄນເບື້ອງພັກທັງໝົດ 3 ຄົນ, ເອົາອອກຈາກພັກ 2 ຄົນ, ລຶບຊື່ອອກຈາກການເປັນລັດຖະກອນ 1 ຄົນ, ໂຈະການເລື່ອນ ຊັ້ນ – ຂັ້ນເງິນເດືອນຫຼຸດຕຳແໜ່ງ ບໍລິຫານ 1 ຄົນ ແລະ ຍັງມີອີກຈຳນວນໜຶ່ງແມ່ນຍັງຈະໄດ້ສືບຕໍ່ດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

