ແອບັສແຊງໜ້າໂບອິ້ງໃນດ້ານ ຍອດສັ່ງຈອງເຮືອບິນ

ແອບັສ ບໍລິສັດຍັກໃຫຍ່ດ້ານການບິນຂອງເອີຣົບ ແຊງໜ້າບໍລິສັດ ໂບອິ້ງ ຄູ່ແຂ່ງສຳຄັນຈາກອາເມລິກາໃນດ້ານຈຳນວນສັ່ງຈອງເຮືອບິນໃນປີຜ່ານມາ, ແຕ່ລະບຸວ່າ: ທາງບໍລິສັດອາດຈະຢຸດການຜະລິດເຮືອບິນໂດຍສານ A380 ຖ້າບໍ່ໄດ້ຮັບຄຳສັ່ງຊື້ເພີ່ມອີກ.
ບໍລິສັດ ແອບັສ ກ່າວວ່າ: ໃນປີຜ່ານມາ, ທາງບໍລິສັດມີຍອດຈອງເຮືອບິນທັງໝົດ 1.109 ລຳ ແລະ ສົ່ງມອບລວມທັງໝົດ 718 ລຳ. ໃນຂະນະດຽວກັນ ບໍລິສັດ ໂບອິ້ງ ມີຍອດສັ່ງຊື້ເຮືອບິນ 912 ລຳ ແລະ ສົ່ງມອບໄປແລ້ວ 763 ລຳ. ທ່ານ ຟາບຣິ ເບຣນິເຍ ປະທານເຈົ້າໜ້າທີ່ສາຍປະຕິບັດການຂອງແອບັສ ກ່າວວ່າ: ການສົ່ງມອບເຮືອບິນໃຫ້ແກ່ລູກຄ້າຈະເພີ່ມຂຶ້ນເປັນ 800 ລຳໃນປີນີ້ ເມື່ອທາງບໍລິສັດເພີ່ມກຳລັງການຜະລິດເຮືອບິນຮຸ່ນ A320 ນີໂອ. ທ່ານຍອມຮັບວ່າ: ໃນປີຜ່ານມາ, ການສົ່ງມອບ A320 ນີໂອ ຊັກຊ້າ ເນື່ອງຈາກບັນຫາເລື່ອງເຄື່ອງຈັກ, ແຕ່ປັດຈຸບັນນີ້ສາມາດແກ້ໄຂໄດ້ຮຽບຮ້ອຍແລ້ວ ໂດຍມີເຮືອບິນທີ່ລໍຖ້າຕິດຕັ້ງເຄື່ອງຈັກປະມານ 30 ລຳ ຫລຸດລົງຈາກ 60 ລຳ ໃນຕົ້ນປີຜ່ານມາ. ຂະນະດຽວກັນ ທ່ານ ຈອນ ລີຮີ ຜູ້ອຳນວຍການຝ່າຍຂາຍຂອງແອບັສ ກ່າວວ່າ: ແອບັສ ອາດຈະຈຳເປັນຕ້ອງຢຸດໂຄງການຜະລິດເຮືອບິນໂດຍສານຂະໜາດໃຫຍ່ທີ່ສຸດໃນໂລກ A380 ຖ້າສາຍການບິນເອມິເຣດ ຂອງດູໄບ ເຊິ່ງເປັນລູກຄ້າສຳຄັນທີ່ຊື້ A380 ບໍ່ສັ່ງເຮືອບິນຮຸ່ນນີ້ເພີ່ມອີກ. ທ່ານ ລີຮີ ລະບຸວ່າ: ສາຍການບິນເອມິເຣດ ອາດຈະເປັນລູກຄ້າທີ່ມີປະສິດທິພາບພຽງລາຍດຽວທີ່ຈະສາມາດສັ່ງເຮືອບິນຮຸ່ນນີ້ໄດ້ປີລະ 6 ລຳ ເປັນຢ່າງໜ້ອຍໃນໄລຍະ 8-10 ປີຕໍ່ໜ້າ ຖ້າບໍ່ສາມາດຂາຍໃຫ້ກັບເອມິເຣດໄດ້, ແອບັສອາດບໍ່ມີທາງເລືອກອື່ນ ນອກຈາກປິດໂຄງການຜະລິດ A380.

