ແມນຢູໄນເຕັດ ພ້ອມທຸ້ມໜັກດຶງ ເນມາ ເສີມທີມ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ແມນເຊັສເຕີ ຢູໄນເຕັດ ກຳລັງວາງແຜນທຸ້ມເງິນ 444 ລ້ານປອນ ດຶງຕົວ ເນມາ ກອງໜ້າທີມຊາດບຣາຊິນ ຂອງ ປາຣີ ແຊັງແຊກແມງ ມາຮ່ວມທີມໃນລະດູການໜ້າ.

ເນມາ ຫາກໍຍ້າຍຈາກທີມ ບາເຊໂລນາ ມາຢູ່ກັບ ປາຣີ ແຊັງແຊກແມງ ໃນລະດູການຜ່ານມາ ຍິງໄປແລ້ວ 20 ປະຕູຈາກການລົງຫລິ້ນ 22 ນັດ ແຕ່ມີກະແສຂ່າວວ່າ ເນມາ ບໍ່ຄ່ອຍມີຄວາມສຸກໃນຝຣັ່ງ ເຮັດໃຫ້ໄດ້ຮັບຄວາມສົນໃຈຈາກທີມ ຣີລ ມາດຣິດ.

ເຖິງຢ່າງໃດກໍຕາມ, ລາຍງານຂ່າວຫລ້າສຸດຈາກ Le 10 Sport ລະບຸວ່າ: ແມນເຊັສເຕີ ຢູໄນເຕັດ ພ້ອມທຸ້ມເງິນເຖິງ 444 ລ້ານປອນ ເຊິ່ງຫລາຍກວ່າ ຣີລ ມາດຣິດ ທີ່ພ້ອມຈະທຸ້ມພຽງ 355 ລ້ານປອນ ເທົ່ານັ້ນ.