ອີແລັງກາ ບອກເໝືອນຝັນເປັນຈິງ ພ້ອມສ້າງສະຖິຕິໃຫມ່ ຫລັງຍິງປະຕູທຳອິດໃນແຊ໊ມປຽນລີກ

ແອນໂທນີ ອີແລງກ້າ ດາວຍິງຂອງ ແມນເຊສເຕີ ຢູໄນເຕັດ ສ້າງສະຖິຕິໄດ້ຫລາຍດ້ານຈາກປະຕູທີ່ຍິງໄດ້ໃນເກມພົບກັບ ແອດເລຕີໂກ ມາດຣິດ ເຊິ່ງລາວກໍດີໃຈທີ່ສຸດກັບເລື່ອງດັ່ງກ່າວ ພ້ອມຂອບໃຈ ຣາຟ ຣັງນິກ ຜູ້ຈັດການທີມແມນຢູທີ່ໃຫ້ໂອກາດຕົນຢ່າງຕໍ່ເນື່ອງຕະຫລອດໄລຍະດູການຜ່ານມາ.
ແອນໂທນີ ອີແລງກ້າ ກອງຫນ້າດາວຮຸ່ງຂອງ ແມນເຊສເຕີ ຢູໄນເຕັດ ສະໂມສອນຊັ້ນນຳແຫ່ງພຣີເມຍລີກ ອັງກິດ ກາຍເປັນນັກເຕະອາຍຸໜ້ອຍທີ່ທີ່ສຸດຂອງທີມ ທີ່ສາມາດຍິງປະຕູໃນຮອບ 16 ທີມສຸດທ້າຍໃນການແຂ່ງຂັນ ຢູຟາ ແຊ໊ມປຽນລີກ ດ້ວຍອາຍຸ 19 ປີ ກັບ 302 ມື້.
ອີແລງກ້າ ມີຊື່ເປັນຕົວສຳຮອງໃນເກມຮອບ 16 ທີມສຸດທ້າຍ ນັດທຳອິດ ທີ່ຕົ້ນສັງກັດຂອງລາວບຸກໄປຢາມ ແອດເລຕີໂກ ມາດຣິດ ເມື່ອວັນພດທີ 23 ກຸມພາທີ່່ຜ່ານມາ ກ່ອນຈະຖືກປ່ຽນຕົວໄປແທນ ມາຄັສ ແຣສຟອດ ໃນນາທີ 75 ເຊິ່ງລາວກໃຊ້ເວລາຢູ່ໃນສະຫນາມພຽງ 5 ນາທີ ສຳລັບການຍິງປະຕູຕີສະເຫມີໃຫ້ທີມ.
ນອກຈາກສະຖິຕິໃນເບື້ອງຕົ້ນແລ້ວນັ້ນ ອີແລງກ້າ ຍັງຖືເປັນນັກເຕະຊາວສະວີເດັນ ອາຍຸຫນ້ອຍທີ່ສຸດທີ່ຍິງປະຕູໃນເກມແຊ໊ມປຽນລີກ ໄດ້ອີກ ໃນຂະນະດຽວກັນລາວກໍຖືເປັນນັກເຕະອາຍຸຫນ້ອຍທີ່ສຸດເປັນອັນດັບ 5 ຂອງແມນເຊສເຕີ ຢູໄນເຕັດ ທີ່ຍິງປະຕູໃນແຊ໊ມປຽນລີກໄດ້ ຫາກນັບລວມທຸກຮອບ ເປັນຮອງ ເວນ ຣູນີ, ເມສັນ ກຣີນວູດ, ເດວິດ ເບັກແຮມ ແລະ ຟິລ ໂຈນ.
ອີແລງກ້າ ໃຫ້ສຳພາດຫລັງຈົບການແຂ່ງຂັນວ່າ : ຮູ້ສຶກດີໃຈຫລາຍທີ່ຍິງປະຕູໃນເກມໃຫຍ່ແບບນີ້ໄດ້ ນີ້ເປັນຄວາມຝັນຂອງຕົນມາໂດຍຕະຫລອດ ຈະຫວະທີ່ຂ້ອຍຍິງໄດ້ນັ້ນ ມັນເປັນການສຳຜັດບານຄັ້ງທຳອິດຂອງຂ້ອຍ ( ໃນເກມນີ້ ) ຂ້ອຍຝັນມາໂດຍຕະຫລອດວ່າຈະມີເວລາດີໆແບບນີ້ ແນ່ນອນຂ້ອຍດີໃຈຫລາຍທີ່ຍິງປະຕູໄດ້ ໃນການພົບກັບທີມຊັ້ນຍອດຂອງທະວີບຢູໂຣບຢ່າງ ແອດເລຕີໂກ ມາດຣິດ ໄດ້.
ແນວໃດກໍຕາມ ນີ້ເປັນພຽງຄັ້ງທຳອິດເທົ່ານັ້ນ ຕອນນີ້ມັນຜ່ານໄປແລ້ວ ຕໍ່ໄປຢູ່ ໂອນ ແທຣຟຟອດ ກໍຈະມີຂຶ້ນໃນອີກ 2 ອາທິດຫລັງຈາກນີ້ ດັ່ງນັ້ນ ເຮົາກໍຈຳເປັນຕ້ອງກຽມຕົວໃຫ້ພ້ອມສຳລັບເກມນັ້ນ.

