ມາສເຕີເຊເວັນ ພ້ອມເຂົ້າຮ່ວມ ແຂ່ງຂັນລາວພຣີເມຍລີກ 2018

ສະໂມສອນມາສເຕີເຊເວັນ ເອັຟຊີ ພ້ອມແລ້ວທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະລາວພຣີເມຍລີກ 2018 ທີ່ໃກ້ຈະເລີ່ມການແຂ່ງຂັນໃນຕົ້ນເດືອນກຸມພາ 2018 ນີ້ ໂດຍມີ 8 ສະໂມສອນເຂົ້າຮ່ວມຄື: ລາວໂຕໂຍຕ້າ ເອັຟຊີ, ກອງທັບ ເອັຟຊີ, ປກສ ເອັຟຊີ, ມາສເຕີເຊເວັນ ເອັຟຊີ, ນະຄອນຫລວງ ຢູໄນເຕັດ, ຫລວງພະບາງ ເອັຟຊີ, ສະຫວັນ ຢູໄນເຕັດ ແລະ ສະໂມສອນ ດີເຄ ເອັຟຊີ.
ທ່ານ ບຸນຖະໜອມ ສີຫາລາດ ຄະນະບໍລິຫານທີມ ສະໂມສອນ ມາສເຕີເຊເວັນ ໃຫ້ສຳພາດວ່າ: ພາຍຫລັງໄດ້ຮັບແຈ້ງຈາກສະຫະພັນກິລາບານເຕະແຫ່ງຊາດລາວໃນທ້າຍປີ 2017 ພວກເຮົາຈຶ່ງໄດ້ປະກາດຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ພອນສະຫວັນເຂົ້າມາບັນຈຸສະໂມສອນຂອງພວກເຮົາ ເຊິ່ງການຄັດເລືອກພວກເຮົາໄດ້ດຳເນີນແຕ່ວັນທີ 4 ມັງກອນນີີ້ ໂດຍມີນັກກິລາເຂົ້າຮ່ວມທັງໝົດ 75 ຄົນ, ຫລັງຈາກນັ້ນ, ພວກເຮົາໄດ້ຄັດເລືອກຄັ້ງທີ 2 ເຫລືອພຽງແຕ່ 50 ຄົນ ແລ້ວສືບຕໍ່ຄັດເລືອກໄດ້ຈໍານວນ ທີ່ຕ້ອງການ. ມາຮອດປັດຈຸບັນພວກເຮົາຄັດເລືອກນັກກິລາໄດ້ແລ້ວຈໍານວນ 30 ຄົນ ແລະ ຈະສືບຕໍ່ຄັດ ເລືອກໃຫ້ໄດ້ຈໍານວນ 25 ຄົນ ເຊິ່ງໃນນັ້ນ ມີນັກກິລາຕ່າງປະເທດມີ 7 ຄົນ, ໃນນັ້ັ້ນ ມາຈາກ ປະເທດ ບຣາຊິນ 2 ຄົນ, ຢີ່ປຸ່ນ 2 ຄົນ, ໄທ 1 ຄົນ ແລະ ປະເທດຄາເມດູນ 2 ຄົນ ເພື່ອກຽມເຂົ້າຮ່ວມບານ ເຕະລາວພຣີເມຍລີກ 2018 ນີ້. ສໍາລັບການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ພວກເຮົາຕັ້ງເປົ້າໝາຍ 1 ໃນ 3 ຂອງຕາຕະລາງຄະແນນ ເພາະວ່າພວກເຮົາມີຄວາມໝັ້ນໃຈນັກກິລາແຕ່ລະຄົນຫລາຍພໍສົມຄວນ ເຖິງວ່າການເຂົ້າຮ່ວມແຂ່ງຂັນດີວີຊັນ 1 ຫລື ເຕະບານສາຍ (ກ) ພວກເຮົາບໍ່ສາມາດມີຜົນງານ ໄດ້ເດັ່ນກໍຕາມ ແຕ່ພວກເຮົາຕັ້ງເປົ້າໝາຍຕ້ອງເຮັດໃຫ້ດີທີ່ສຸດ ໃນການເຂົ້າຮ່ວມແຂ່ງຂັນບານເຕະລາວ ພຣີເມຍລີກປີນີ້.
ທ່ານ ບຸນຖະໜອມ ສີຫາລາດ ຍັງເວົ້າຕື່ມອີກວ່າ: ການເຂົ້າຮ່ວມແຂ່ງຂັນບານເຕະລາວພຣີເມຍ ລີກ 2018 ນີ້ ຖືວ່າເປັນຄັ້ງທໍາອິດຂອງສະໂມສອນພວກເຮົາ ແລະ ເປັນປະສົບການໃໝ່ສໍາລັບຄະນະ ບໍລິຫານທີມຂອງພວກເຮົາ ເພາະຜ່ານມາພວກເຮົາໄດ້ເຂົ້າຮ່ວມພຽງລາຍການທີ່ນ້ອຍ ພ້ອມທັງມີສະ ໂມສອນທີ່ຫລິ້ນ ແລະ ເປັນສະໂມສອນນໍາຂອງປະເທດ ໂດຍສະເພາະສະໂມສອນ ລາວໂຕໂຍຕ້າ ເອັຟຊີ ຖືວ່າເປັນສະໂມສອນໃຫຍ່ ແລະ ມີນັກເຕະທີ່ຫລິ້ນດີຫລາຍຄົນ ແຕ່ພວກເຮົາກໍຈະສູ້ສຸດ ຄວາມສາມາດ ເພື່ອໃຫ້ໄດ້ຕາມເປົ້າໝາຍທີ່ວາງເອົາໄວ້.

