ໃຊ້ປືນແກັບຍິງເມຍເສຍຊີວິດ ຍ້ອນຄວາມຫຶງຫວງ ຜິດຖຽງກັນຫລາຍຄັ້ງ ແລະ ຜູ້ກ່ຽວເຄີຍເສບຢາເສບຕິດ

ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 21 ຕຸລາ 2025 ເຈົ້າໜ້າທີ່ສືບສວນສອບສວນ ຫ້ອງຕໍາຫລວດ ປກສ ແຂວງຫົວພັນ ໄດ້ນໍາເອົາທ້າວແຕ໋ມ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານເມືອງດຶ່ງ ເມືອງສົບເບົາ ແຂວງຫົວພັນ ມາຈໍາລອງເຫດການຄືນ ທີ່ຜູ້ກ່ຽວໃຊ້ປືນແກັບຍິງ ນາງເຊິນ ເມຍຂອງຕົນເອງເສຍຊີວິດ ຍ້ອນເຄີຍຜິດຖຽງກັນມາຫລາຍຄັ້ງ ແລະ ຄວາມຫຶງຫວງ ເຄີຍຈັບໄດ້ ເມຍຂອງຜູ້ກ່ຽວຫລິ້ນບ່າວມາແລ້ວ 2 ຄັ້ງ ໂດຍທີ່ຜູ້ກ່ຽວເອງກໍ່ໄດ້ເສບຢາເສບຕິດ.

ເຫດການເກີດຂຶ້ນໃນວັນທີ 7 ສິງຫາ 2025 ເວລາ 16:00 ໂມງ, ຜູ້ກ່ຽວ ແລະ ເມຍໄດ້ພ້ອມກັນແຕ່ງກິນ ເຊິ່ງຜູ້ກ່ຽວໄດ້ຖາມຜູ້ເປັນເມຍວ່າ: ໄລຍະຜ່ານມາຜູ້ກ່ຽວບໍ່ດີບ່ອນໃດ, ເມຍຕອບວ່າ: ເຈົ້າບໍ່ດີທຸກຢ່າງ ພ້ອມທັງບອກໃຫ້ໄດ້ຢູ່ນໍາ ພໍ່ແມ່ ຜູ້ກ່ຽວສາ. ຈາກນັ້ນ, ຜູ້ກ່ຽວໄດ້ຂໍເອົາລູກໄປລ້ຽງ 1 ຄົນ, ແຕ່ຜູ້ເປັນເມຍບໍ່ໃຫ້ ຜູ້ກ່ຽວຈຶ່ງເກີດຄວາມໂມໂຫ ແລະ ຈັບເອົາປືນແກັບຢູ່ໃນເຮືອນຄົວ ມາຍິງໃສ່ເມຍ ທີ່ກໍາລັງຕໍ່າຫູກຢູ່ກ້ອງລ່າງເຮືອນ, ໄລຍະຫ່າງ 3 ແມັດ ຍິງອອກໄປ 1 ນັດ ເຂົ້າກົກຫູເບື້ອງຊາຍ ຊອດໃສ່ງອນຂອງຜູ້ເປັນເມຍ. ເມື່ອເຫັນວ່າເມຍເສຍຊີວິດແລ້ວ ຕົນຈຶ່ງຂຶ້ນໄປອູ້ມເອົາລູກສາວ ອາຍຸ 1 ປີ 5 ເດືອນ ຢູ່ເທິງເຮືອນ ແລ້ວເອົາຕົວລົບໜີໄປຢູ່ປ່າຊ້າບ້ານເມືອງດຶ່ງ.

ຮອດເວລາ 8:00 ໂມງ ຂອງວັນທີ 8 ສິງຫາ 2025 ຜູ້ກ່ຽວຈຶ່ງອູ້ມເອົາລູກອອກຈາກປ່າ ພໍເຫັນປະຊາຊົນ ບ້ານເມືອງດຶ່ງ ຜູ້ກ່ຽວຈຶ່ງມອບລູກສາວໃຫ້ເຂົາເຈົ້າ ແລ້ວເອົາຕົວຫລົບໜີ ໄປຢູ່ຖຽງໄຮ່ ຂອງປະຊາຊົນ ບ້ານປ່າຮ້າງ.

ຮອດເວລາ 10:00 ໂມງຂອງວັນທີ 11 ສິງຫາ 2025 ເຈົ້າໜ້າທີ່ ປກສ ເມືອງສົບເບົາ ແລະ ປກສ ກຸ່ມປ່າຮ້າງ ຈຶ່ງຈັບຕົວຜູ້ກ່ຽວໄດ້ ແລະ ນໍາຕົວຜູ້ກ່ຽວມາກອງບັນຊາການ ປກສ ເມືອງ ເພື່ອສອບສວນດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປກສ ແຂວງຫົວພັນ