45 ວັນ ນັບແຕ່ເປີດຈຳໜ່າຍພັນທະບັດ ທະນາຄານແຫ່ງສ ປປລາວ ສາມາດຈຳໜ່າຍໄດ້ 4.004 ກວ່າຕື້ກີບ

ວັນທີ 19 ສິງຫາ 2022 ຜ່ານມານີ້ ທິໍະນາຄານແຫ່ງ ສປປ ລາວ ແຈ້ງຄວາມຄືບໜ້າຂອງການຈໍາໜ່າຍພັນທະບັດ ວ່າ: ທະນາຄານແຫ່ງ ສປປ ລາວ ທີ່ໄດ້ເລີ່ມເປີດຈໍາໜ່າຍມາຕັ້ງແຕ່ວັນທີ 15 ມິຖຸນາ 2022 ເຖິງວັນທີ 17 ສິງຫາ 2022 (ລວມເປັນເວລາ 45 ວັນລັດຖະການ) ຍອດຈໍາໜ່າຍພັນທະບັດ

ໃນຂອບ ເຂດທົ່ວປະເທດ ແມ່ນເປັນໄປຕາມແຜນການ ໂດຍສາມາດປະຕິບັດໄດ້ບັນລຸ 4.004 ກວ່າຕື້ກີບ ຫຼື ທຽບເທົ່າ 80% ຂອງວົງເງິນທີ່ອອກຈໍາໜ່າຍງວດທີ I. ໃນນັ້ນ, ປະເພດບຸກຄົນທີ່ຊື້ພັນທະບັດກວມອັດຕາສ່ວນ 42% ແລະ ນິຕິບຸກຄົນ ກວມອັດຕາສ່ວນ 38%, ສໍາລັບຍອດການຈໍາໜ່າຍພັນທະບັດ ຜ່ານບັນດາທະນາຄານຕົວແທນ ຈໍາ ໜ່າຍ ໃນແຕ່ລະພາກ ສາມາດສັງລວມໄດ້ດັ່ງນີ້:

– ພາກເໜືອ: ເປີດຈໍາໜ່າຍຢູ່ 8 ແຂວງ ຄື: ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ, ໂດຍມີຍອດຈໍາໜ່າຍທັງໝົດ 1.090 ກວ່າຕື້ກີບ;
– ພາກກາງ: ເປີດຈໍາໜ່າຍຢູ່ 6 ແຂວງ ຄື: ນະຄອນຫຼວງວຽງຈັນ, ວຽງຈັນ, ໄຊສົມບຸນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ໂດຍມີຍອດຈໍາໜ່າຍທັງໝົດ 2.425 ກວ່າຕື້ກີບ
– ພາກໃຕ້: ເປີດຈໍາໜ່າຍຢູ່ 4 ແຂວງ ຄື: ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື, ໂດຍມີຍອດຈໍາ ຫນາຍທັງໝົດ 483 ກວ່າຕື້ກີບ.

ພໍ່ແມ່ປະຊາຊົນຜູ້ທີ່ມີຄວາມສົນໃຈ ຍັງສາມາດຫາຊື້ພັນທະບັດທະນາຄານແຫ່ງ ສປປ ລາວ ຜ່ານ 9 ທະນາຄານ ຕົວແທນຈໍາໜ່າຍ ໃນຂອບເຂດທົ່ວປະເທດ ປະກອບມີ: ທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ, ຍ ທະນາຄານສົ່ງເສີມກະສິກໍາ, ທະນາຄານຮ່ວມພັດທະນາ, ທະນາຄານພົງສະຫວັນ, ທະນາຄານເອສທີ, ທະນາຄານ ເພື່ອການລົງທຶນ ແລະ ການຄ້າ (BIC), ທະນາຄານຮ່ວມ ທຸລະກິດລາວ-ຫວຽດ ແລະ ທະນາຄານອຸດສາຫະກໍາ ແລະ ການຄ້າຈີນ (ICBC).

ນັບແຕ່ວັນທີ 15 ມິຖຸນາ-17 ສິງຫາ 2022 ຜົນການຈໍາໜ່າຍພັນທະບັດ ທຫລ ໃນແຕ່ລະທະນາຄານຕົວ ແທນ ສາມາດສັງລວມໄດ້ດັ່ງນີ້:
1. ທະນາຄານ ການຄ້າຕ່າງປະເທດລາວ ມີຍອດຈໍາໜ່າຍ 1.785 ຕື້ກີບ;
2. ທະນາຄານ ພັດທະນາລາວ ມີຍອດຈໍາໜ່າຍ 787 ຕື້ກີບ;
3. ທະນາຄານ ສົ່ງເສີມກະສິກໍາ ມີຍອດຈໍາໜ່າຍ 508 ຕື້ກີບ;
4. ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີຍອດຈໍາໜ່າຍ 344 ຕື້ກີບ;
5. ທະນາຄານ ຮ່ວມພັດທະນາ ມີຍອດຈໍາໜ່າຍ 250 ຕື້ກີບ;
6. ທະນາຄານ ເອສທີ ມີຍອດຈໍາໜ່າຍ 109 ຕື້ກີບ;
7. ທະນາຄານ ພົງສະຫວັນ ມີຍອດຈໍາໜ່າຍ 89 ຕື້ກີບ;
8. ທະນາຄານ ອຸດສາຫະກໍາແລະການຄ້າຈີນ (ICBC) ມີຍອດຈໍາໜ່າຍ 81 ຕື້ກີບ;
9. ທະນາຄານ ເພື່ອການລົງທຶນແລະການຄ້າ (BIC) ມີຍອດຈໍາໜ່າຍ 51 ຕື້ກີບ;

ພັນທະບັດ ທຫລ ເປັນເຄື່ອງມີນະໂຍບາຍເງິນຕາທີ່ມີຄວາມປອດໄພທີ່ສຸດ ໂດຍທີ່ທະນາຄານແຫ່ງ ສປປ ລາວ ເປັນຜູ້ຮັບປະກັນການຊໍາລະຕົ້ນທຶນ ແລະ ດອກເບ້ຍ ຕາມທີ່ກໍານົດໄວ້ໃນໃບຢັ້ງຢືນການຖືຄອງພັນທະບັດ. ການອອກພັນທະບັດ ທຫລ ແມ່ນການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາຂອງທະນາຄານກາງ ເພື່ອດຸນດ່ຽງເງິນໃນ ລະບົບຈໍລະຈອນ ໃຫ້ສົມຄູ່ກັບຄວາມຕ້ອງການຂອງລະບົບເສດຖະກິດຂອງ ສປປ ລາວ ແນໃສ່ຮັບປະກັນສະຖຽນ ລະພາບທາງດ້ານເງິນຕາແຫ່ງຊາດ ກໍຄືການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ.
ທະນາຄານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດ ທີ່ໃຫ້ການສະໜັບສະໜູນຊື້ ພັນທະບັດ ທຫລ ເຊິ່ງເປັນການປະກອບສ່ວນຢ່າງສໍາຄັນເຂົ້າໃນການຮັກສາສະຖຽນລະພາບທາງດ້ານເສດຖະກິດການເງິນຂອງປະເທດເຮົາໃຫ້ດີຂຶ້ນເທື່ອລະກ້າວ, ພ້ອມທັງ, ຂໍໃຫ້ບັນດາທ່ານ ສືບຕໍ່ສະຫນັບສະຫນູນພັນທະບັດ ຂອງ ທຫລ ເພື່ອໃຫ້ບັນລຸຕາມລະດັບຄາດໝາຍທີ່ກໍານົດ.