ມອບເງິນ ຫຼາຍກວ່າ 3 ຕື້ກ່ວາກີບຊ່ວຍປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ແຂວງຊຽງຂວາງ

ວັນທີ 27 ຕຸລາ 2025ນີ້, ທີ່ຫ້ອງວ່າການແຂວງຊຽງຂວາງ, ທ່ານ ລາລິດດາ ໂຊຣາ ຊ່ຽວຊານຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ຊ່ວຍເຫລືອບັນເທົາທຸກສຸກເສີນຂອງອົງການອາຫານໂລກ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ.


ການເຂົ້າພົບປະຢ້ຽມຢາມໃນຄັ້ງນີ້, ທ່ານ ລາລິດດາ ໂຊຣາ ໄດ້ມອບເງິນເພື່ອຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແຂວງຊຽງຂວາງ ຊຶ່ງມີຜູ້ໄດ້ຮັບຜົນກະທົບ 7,398 ຄົນ, ໂດຍມອບເງິນຊ່ວຍເຫລືອຜູ້ໜຶ່ງ 500,000 ກີບ ລວມທົ່ວແຂວງ 3,699,000,000 ກີບ. ຊຶ່ງທ່ານໄດ້ສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້, ພ້ອມທັງ ຂໍໃຫ້ທຸກຄົນຜ່ານພົ້ນວິກິດນີ້ໄປດ້ວຍດີ ແລະ ກັບຄືນເຂົ້າສູ່ສະພາບປົກກະຕິໂດຍໄວ.

ໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ອົງການອາຫານໂລກໄດ້ໃຫ້ການຊ່ວຍເຫລືອຕະຫລອດມາ, ຍົກໃຫ້ເຫັນວ່າ ການດຳລົງຊີວິດ ຂອງປະຊາຊົນມີຄວາມຫຍຸ້ງຍາກຫລາຍຍ້ອນໄດ້ຮັບຜົນກະທົບຈາກໄພພິບັດ ເໝືອນດັ່ງທີ່ໄດ້ຮູ້ ແລະ ໄດ້ເຫັນແລ້ວ ຖ້າຫາກວ່າ ອົງການຕ້ອງການຂໍ້ມູນ ແຂວງພ້ອມແລ້ວຈະສະໜອງໃຫ້. ແຂວງ ແລະ ເມືອງກໍ່ໄດ້ໃຫ້ການ ຊ່ວຍ ເຫລືອທັງແບບສຸກເສີນ ແລະ ຍາວນານແຕ່ກໍ່ຍັງບໍ່ພຽງພໍກັບຄວາມຕ້ອງການ, ຊຶ່ງຜ່ານມາຍັງມີນັກທຸ ລະກິດ, ຜູ້ປະກອບການ ອົງການຕ່າງປະເທດໄດ້ເຂົ້າຊ່ວຍເຫລືອຕື່ມອີກ.

ທີ່ມາ: ໜັງສືພິມປະຊາຊົນ