ລັດຖະບານລາວ ຈະສືບຕໍ່ສຸມໃສ່ໂຄງການການຜະລິດເຂົ້າ ແລະ ສິນຄ້າກະສິກຳອື່ນ ເພື່ອສົ່ງອອກໄປ ປະເທດບຣູໄນ

ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ດາໂຕ ດາ ອັບດຸນ ມານາຟ ເມຕຸຊິນ ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ແຫ່ງ ບຣູໄນ ດາຣູຊາລາມ ວັນທີ 27 ກໍລະກົດ 2023 ນີ້ ທັງສອງຝ່າຍໄດ້ ຕີລາຄາສູງ ຕໍ່ການຕ້ອນຮັບ ແລະ ເຂົ້າຢ້ຽມຂໍ່ານັບ ອັນເປັນການ ສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ.

ໃນໂອກາດດຽວກັນ ສອງຝ່າຍໄດ້ຢ້ໍ້າເຖິງການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກ ການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ບຣູໄນ ດາຣູຊາລາມ ໃນຂົງເຂດກະສິກຳທີ່ເນັ້ນໃສ່ການຜະລິດສະບຽງອາຫານ; ເຕັກໂນໂລຊີກະສິກໍາ; ສະມັດຕະພາບການຜະລິດ, ມາດຕະຖານ ແລະ ຄຸນນະພາບ ໂດຍຈະໄດ້ຈະສຸມໃສ່ໂຄງການການຜະລິດເຂົ້າ ຈາກ ສປປ ລາວ ເພື່ອສົ່ງອອກໄປ ປະເທດບຣູໄນ ດາຣູຊາລາມ.

ພ້ອມນີ້, ກໍຍັງສະເໜີສອງຝ່າຍສືບຕໍ່ ເຮັດວຽກຮ່ວມກັນໃນຕໍ່ໜ້າ ກໍຄື ການກະກຽມໂຄງການທີ່ໄດ້ວາງແຜນຮ່ວມກັນ ໃຫ້ປາກົດຜົນເປັນຈິງ ແລະ ມີປະສິດທີຜົນສູງ ໂດຍສະເພາະ ການຜະລິດ ແລະ ສົ່ງອອກເຂົ້າລວມທັງຜະລິດຕະພັນກະສິກໍາອື່ນໆທີ່ມີທ່າແຮງ.