ຮອງນາຍົກລັດຖະມົນຕີ ຊີ້ນໍາການ ແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ
ວັນທີ 7 ຕຸລາ 2025 ນີ ທ່ານ ພົອ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຄື່ອນໄຫວ ຊີ້ນຳການແກ້ໄຂ ໄພພິບັດຢູ່ ແຂວງໄຊຍະບູລີ
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ໄຊຍະບູລີ ໄດ້ລາຍງານ ວ່າ: ໃນປີ 2025 ແຂວງໄຊຍະບູລີ ປະສົບໄພພິບັດ ທັງໝົດ 44 ຄັ້ງ. ໃນນັ້ນ: ນໍ້າຖ້ວມ 8 ຄັ້ງ, ລົມພະຍຸພັດ 16 ຄັ້ງ, ໄຟໄໝ້ 17 ຄັ້ງ, ເຊິ່ງໄດ້ສົ່ງຜົນ ກະ ທົບຕໍ່ຊີວິດ, ຊັບສິນ, ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ, ເສັ້ນທາງ, ເນື້ອທີ່ທຳການຜະລິດ ແລະ ສັດລ້ຽງຂອງປະຊາຊົນ ຈໍາ ນວນ 11 ເມືອງ, 275 ບ້ານ, 7.000 ກວ່າຄອບຄົວ, 36 ພັນກວ່າຄົນ, ເສຍຊິວິດ 3 ຄົນ, ເຮືອນເສຍຫາຍໝົດຫລັງ 32 ຫລັງ (ນໍ້າຖ້ວມ 27 ຫລັງ, ດິນເຈື່ອນທັບຖົມ 2 ຫລັງ ແລະ ໄຟໄໝ້ 3 ຫລັງ), ເນື້ອທີ່ທໍາການຜະລິດເສຍຫາຍ 2,214 ເຮັກຕາ, ສັດລ້ຽງ 23,209 ໂຕ (ງົວ, ຄວາຍ, ໝູ, ແບ້…), ລະບົບຊົນລະປະທານ 38 ແຫ່ງ, ເສັ້ນທາງເສຍຫາຍ 106 ເສັ້ນ, ຂົວ 16 ແຫ່ງ, ຫົວງານນໍ້າປະປາ 4 ແຫ່ງ, ລະບົບນໍ້າລິນຂາດ 13 ແຫ່ງ ແລະ ເສຍຫາຍດ້ານອື່ນໆຈໍານວນຫລາຍ ລວມມູນຄ່າ ເສຍຫາຍທັງໝົດ 273 ກວ່າຕື້ກີບ. ສະເພາະເດືອນກໍລະກົດ ໄດ້ຮັບຜົນກະທົບຫລາຍກວ່າໝູ່ ຈາກເຫດການຖ້ວມທັງໝົດ 3 ຄັ້ງ ເຊິ່ງໄດ້ຮັບຜົນກະທົບຢູ່ 10 ເມືອງ, ລວມມູນຄ່າເສຍຫາຍທັງໝົດ 249 ຕື້ກວ່າກີບ.
ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມີຄວາມເຫັນຊີ້ນໍາ ຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດ ແຂວງໄຊຍະບູລີ ເປັນຕົ້ນ ໃຫ້ສືບເອົາໃຈໃສ່ຕິດຕາມສະພາບອາກາດ ທີ່ອາດຈະເກີດມີພະຍຸຫົວໃໜ່ ໂດຍໃຫ້ມີລະບົບ ການແຈ້ງເຕືອນລ່ວງໜ້າ ເຖິງປະຊາຊົນບັນດາເຜົ່າ ໃນພື້ນທີ່ມີຄວາມສ່ຽງ ຢ່າງວອ່ງໄວທັນການ ເພື່ອສາມາດກະກຽມ ຄວາມພ້ອມຮັບມື ໄດ້ຢ່າງທັນການ; ໃຫ້ກະກຽມກໍາລັງ ປກຊ-ປກສ ເພື່ອກຽມຄວາມພອ້ມຕ້ານໄພພິບັດທີ່ອາດຈະເກີດ ຂຶ້ນໃນຕໍ່ໜ້າ, ພ້ອມທັງເອົາໃຈໃສ່ຕ້ານການໂຄສະນາໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຮົາ.
ໃນໂອກາດດັ່ງກ່າວໄດ້ມອບ-ຮັບ ເຄື່ອງຊ່ວຍເຫລືອຈາກຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຊິ່ງກ່າວມອບໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກ່າວຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ ແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ລວມມູນຄ່າ 300 ລ້ານກວ່າກີບ ເພື່ອນໍາໃຊ້ ເຂົ້າໃນວຽກງານແກ້ໄຂສຸກເສີນ. ພ້ອມນີ້ ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໄປຕິດຕາມເບິ່ງພື້ນທີ່ຕົວຈິງ ໂດຍສະເພາະ ບັນດາພື້ນທີ່ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເປັນຕົ້ນ ຈຸດບ້ານໜອງແຊງ, ບ້ານນາຕໍໃຫຍ່ ແລະ ບ້ານຖິ່ນ ເມືອງໄຊຍະບູລີ ຕື່ມອີກ.

