ທະວີໂຊກ ເອັຟຊີ ຄຄວ້າແຊ້ມ ລາວລີກ 2 ແຂວງຊຽງຂວາງ ປະຈຳປີ 2023

ການແຂ່ງຂັນມາແຕ່ກາງເດືອນ ພຶດສະພາ 2023 ກ່ຽວກັບກິລາບານເຕະລາວລີກ 2 ແຂວງຊຽງຂວາງ 2023, ເຊິ່ງຈັດໂດຍ ສະຫະພັນບານເຕະແຂວງຊຽງຂວາງ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ(ສກຂ), ທີ່ສະໜາມກິລາໄຊຊະນະ(ບ້ານໂພນມີໄຊ), ເພື່ອຊີງຂັນທ່ານເຈົ້າແຂວງຊຽງຂວາງ, ມາຮອດຕອນບ່າຍຂອງວັນທີ 19 ກໍລະກົດ 2023 ນີ້, ການແຂ່ງຂັນໄດ້ປິດສາກລົງດ້ວຍຜົນສຳເລັດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບົວເງິນ ຫຸມໄຊຍະພົມ ຄະນະປະຈໍາພັກແຂວງ, ທ່ານ ຄໍາແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວພ້ອມຄະນະ, ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກ(ສກຂ), ມີທ່ານເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ປະທານສະຫະພັນບານເຕະແຂວງ, ຄະນະຮັບຜິດຊອບການແຂ່ງຂັນ, ນັກກິລາ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາບານເຕະ ລາວລີກ 2 ຢູ່ແຂວງຊຽງຂວາງ 2023, ມີນັກກິລາຈາກ 6 ສະໂມສອນເຂົ້າຮ່ວມແຂ່ງຂັນຄື: ສະໂມສອນບານເຕະ ປ້ອງກັນຄວາມສະຫງົບ, ສະໂມສອນບານເຕະ ອາລີວັນແພມມີລີ່, ສະໂມສອນບານເຕະ ທະວີໂຊກ FC , ສະໂມສອນບານເຕະ ກອງທັບແຂວງຊຽງຂວາງ, ສະໂມສອນບານເຕະ ເມືອງຜາໄຊ ແລະ ສະໂມສອນບານເຕະ ສະມາຄົມຫວຽດ, ໃນນັ້ນໄດ້ດຳເນີນການແຂ່ງຂັນທັງໝົດ 30 ນັດ ທັງຂາໄປ ແລະ ຂາກັບ, ບັນຍາກາດການແຂ່ງຂັນດຳເນີນໄປຢ່າງເຂັ້ມຂຸ້ນ, ຄຶກຄື້ນ, ມ່ວນຊື່ນ, ສ້າງຄວາມປະທັບໃຈໃຫ້ແກ່ມວນຊົນ ແລະ ແຟນໆນັກກິລາທີ່ມາຮ່ວມຊົນຊ່ວມເຊຍ, ຜົນການແຂ່ງຂັນປາກົດວ່າ: ສະໂມສອນບານເຕະ ທະວີໂຊກ FC ສາມາດຄອງຊະນະເລີດໄປຢ່າງສວຍງາມ, ສ່ວນຮອງຊະນະເລີດໄດ້ແກ່ສະໂມສອນບານເຕະ ປ້ອງກັນຄວາມສະຫງົບ ແຂວງ ແລະ ທີ 3 ໄດ້ແກ່ສະໂມສອນບານເຕະ ອາລີວັນແພມມີລີ່.
ຈຸດປະສົງຂອງການຈັດແຂ່ງຂັນກິລາລາວລີກ 2 ຢູ່ແຂວງຊຽງຂວາງຄັ້ງນີ້, ນອກຈາກເປັນການຊີງຂັນຂອງທ່ານເຈົ້າແຂວງຊຽງຂວາງແລ້ວ, ຍັງເປັນການພັດທະນາວົງການກິລາບານເຕະ ແຂວງຊຽງຂວາງໃຫ້ມີຄວາມແຂງແກ່ນ ແລະ ກຽມພ້ອມເຂົ້າຮ່ວມແຂ່ງຂັນກິລາລະດັບຕ່າງໆທັງພາກພື້ນ ແລະ ສາກົນ, ນອກນັ້ນຍັງເປັນການສ້າງຂະບວນການຕ້ອນຮັບວັນສຳຄັນ ຂອງພັກ-ຂອງຊາດ ແລະ ສາກົນ ໃຫ້ມີບັນຍາກາດຄຶກຄື້ນ, ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ພ້ອມທັງເປັນການສ້າງສີສັນໃຫ້ວົງການກິລາບານເຕະແຂວງຊຽງຂວາງ ມີຄວາມໂດດເດັ່ນ ແລະ ມີບົດບາດສູງຂຶ້ນ.