ດິນເຈື່ອນ ແລະ ນໍ້າຖ້ວມໃຫຍ່ຢູ່ເນປານຈາກພາຍຸມໍລະສຸມ ລັດຖະບານປະກາດມື້ພັກຮັບມືໄພພິບັດ

              ວັນທີ 6 ຕຸລາ, ເນປານຜະເຊີນດິນເຈື່ອນ ແລະ ນໍ້າຖ້ວມໃຫຍ່ ຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ໂດຍທາງການເປີດເຜີຍວ່າ: ມີຜູ້ເສຍຊີວິດ 44 ຄົນ ແລະ ຜູ້ສູນຫາຍ 5 ຄົນ. ຂະນະທີ່ຖະໜົນ ແລະ ຂົວຫລາຍແຫ່ງໄດ້ຮັບຄວາມເສຍຫາຍ. ເບື້ອງຕົ້ນລັດຖະບານປະກາດມື້ພັກສະເພາະກິດ ແລະ ສັ່ງອົບພະຍົບປະຊາຊົນໄປພື້ນທີ່ປອດໄພ.

              ຫລ້າສຸດ, ກະຊວງກິດຈະການພາຍໃນເນປານປະກາດໃຫ້ວັນທີ 6-7 ຕຸລາ 2025 ເປັນມື້ພັກພິເສດຂອງປະເທດ ເພື່ອຮັບມືໄພພິບັດຈາກຝົນຕົກໜັກ ຫລັງມີລາຍງານວ່າ: ປະຊາຊົນທີ່ອາໄສຢູ່ເຂດອິລາມ (Ilam) ເສຍຊີວິດຈາກເຫດດິນເຈື່ອນ 35 ຄົນ. ຂະນະທີ່ມີຜູ້ສູນຫາຍຈາກນໍ້າຖ້ວມ 9 ຄົນ ແລະ ມີຜູ້ເສຍຊີວິດຈາກຟ້າຜ່າຈໍານວນໜຶ່ງ.

              ນອກຈາກນີ້, ຝົນຕົກໜັກຍັງເຮັດໃຫ້ໂຄງລ່າງພື້ນຖານໄດ້ຮັບຄວາມເສຍຫາຍ ໂດຍສໍານັກຂ່າວ NBC News ແລະ Al Jazeera ລາຍງານວ່າ: ທາງຫລວງທີ່ເຊື່ອມນະຄອນຫລວງກາມານທຸຖືກປິດຈາກດິນເຈື່ອນເຊັ່ນ: ທາງຫລວງ Araniko ທີ່ເຊື່ອມຕໍ່ເມືອງຫລວງເນປານກັບຊາຍແດນຈີນ ຖືເປັນອຸປະສັກສໍາຄັນຕໍ່ການເດີນທາງໄປສະເຫລີມສະຫລອງເທດສະການດາເຊນ (Dashain) ເຊິ່ງຄົນສ່ວນຫລາຍມັກຈະກັບບ້ານເພື່ອໃຊ້ເວລາຢູ່ກັບຄອບຄົວ.

             ກົມອຸຕຸນິຍົມວິທະຍາເນປານໄດ້ປະກາດເຕືອນໄພໃຫ້ 12 ເຂດ ເປັນພື້ນທີ່ສີແດງເຝົ້າລະວັງໄພພິບັດເຊັ່ນ: ກາມານທຸ, ບາກມາຕິ (Bagmati) ແລະ ກາດາກີ (Gandaki) ໂດຍລັດຖະບານມີຄໍາສັ່ງໃຫ້ປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງ ສັ່ງອົບພະຍົບທັນທີ.

               ເບື້ອງຕົ້ນ, ລັດຖະບານໄດ້ສົ່ງໜ່ວຍງານເຂົ້າໄປຊ່ວຍເຫລືອປະຊາຊົນ ໂດຍມີການອົບພະຍົບປະຊາຊົນທັງພາກພື້ນດິນ ແລະ ທາງອາກາດ ດ້ວຍເຮລິກອບເຕີໄປບ່ອນປອດໄພຮຽບຮ້ອຍແລ້ວ.

             ໃນທຸກໆປີ ເນປານຕ້ອງຜະເຊີນດິນເຈື່ອນ ແລະ ນໍ້າຖ້ວມຈາກພາຍຸມໍລະສຸມ ເຊິ່ງມັກເກີດຂຶ້ນນັບແຕ່ກາງເດືອນມິຖຸນາ-ກັນຍາ ໂດຍໃນປີ 2024 ມີຜູ້ເສຍຊີວິດຈາກອຸທົກກະໄພ ແລະ ດິນເຈື່ອນເຖິງ 224 ຄົນ. ຂະນະທີ່ຕົວເລກຜູ້ບາດເຈັບມີ 158 ຄົນ.

ອ້າງອີງ: